spot_img
Homeຂ່າວຕ່າງປະເທດອັບເດດຫວຽດນາມຊ່ວຍເຫຼືອເດັກນ້ອຍທີ່ຕົກຂຸມເສົາເຂັມ ເລິກ 35 ແມັດ ເດັກເສຍຊີວິດແລ້ວ

ອັບເດດຫວຽດນາມຊ່ວຍເຫຼືອເດັກນ້ອຍທີ່ຕົກຂຸມເສົາເຂັມ ເລິກ 35 ແມັດ ເດັກເສຍຊີວິດແລ້ວ

Published on

ຈາກວັນທີ 31 ທັນວາ 2022 ໄດ້ມີເຫດການເດັກນ້ອຍຜູ້ຊາຍ ຊື່ Ly Hao Nam ອາຍຸ 10 ປີ ທີ່ຕົກລົງໄປໃນຂຸມເສົາເຂັມເລິກ 35 ແມັດໃນປະເທດຫວຽດນາມ ປັດຈຸບັນເດັກນ້ອຍແມ່ນໄດ້ເສຍຊີວິດແລ້ວ.

ໃນຕອນແລງວັນທີ່ 2 ມັງກອນ 2023 ທີ່ຜ່ານມາ ເຈົ້າໜ້າທີ່ໄດ້ວາງແຜນເພື່ອຈະດຶງເອົາເສົາເຂັມຊີມັງທີ່ເດັກນ້ອຍຕິດຢູ່ນັ້ນຂຶ້ນມາ ໂດຍການສູບເອົານ້ຳອ້ອມຮອບເສົາ ໃຫ້ດິນອ່ອນລົງ ແລ້ວຄ່ອຍໆຂຸດເຈາະດຶງເອົາເສົາອອກມາ ແຕ່ກໍຕ້ອງເຮັດດ້ວຍຄວາມລະມັດລະວັງເພື່ອບໍ່ໃຫ້ເສົາຫັກ ແລະ ເປັນອັນຕະລາຍຕໍ່ຊີວິດເດັກນ້ອຍ.

ການຂຸດເຈາະໃຊ້ເວລາໄປ 48 ຊົ່ວໂມງ ແລະ ຂຸດໄປໄດ້ 30 ແມັດແລ້ວ ແຕ່ຕ້ອງໄດ້ຍົກເລີກແຜນເສຍກ່ອນ ເພາະຢ້ານເສົາເຂັມຫັກ ແລະ ຢ້ານເປັນອັນຕະລາຍຕໍ່ຊີວິດຂອງເດັກນ້ອຍທີ່ຕິດຢູ່ໃນນັ້ນ.

ຫຼ້າສຸດ ທາງການຫວຽດນາມໄດ້ຢືນຢັນການເສຍຊີວິດຂອງເດັກນ້ອຍແລ້ວ ພາຍຫຼັງເຈົ້າໜ້າທີ່ໃຊ້ເວລາເກືອບ 100 ຊົ່ວໂມງໃນການຊ່ວຍເຫຼືອເອົາເດັກນ້ອຍອອກມາ.

ທາງເຈົ້າໜ້າທີ່ກໍ ກຳລັງເກັບກູ້ຮ່າງຂອງເດັກນ້ອຍອອກມາເພື່ອເຮັດພິທີ.

ແຫຼ່ງຂ່າວ VnExpress

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...