ອັນຕະລາຍຈາກການໃສ່ສາຍສິນທີ່ພວງມະໄລລົດໃຫຍ່

0
1023

ເຕືອນອັນຕະລາຍຈາກການໃສ່ສາຍສິນທີ່ພວງມະໄລລົດ ອາດພາໃຫ້ທ່ານປະສົບອຸບັດຕິເຫດໄດ້.

ໃນເມື່ອກ່ອນ ທີ່ປະເທດໄທກໍເຄີຍມີຄົນປະສົບອຸບັດຕິເຫດ ເມື່ອເຈົ້າໜ້າທີ່ກວດສະພາບລົດແລ້ວ ກໍພົບວ່າລົດຄັນດັ່ງກ່າວໜ້າຈະມີບັນຫາເລື່ອງພວງມະໄລຂະນະຂັບລົດ ຈຶ່ງພາໃຫ້ເກີດອຸບັດຕິເຫດ ເຊິ່ງສາເຫດກໍອາດຈະມາຈາກ ສາຍສິນທີ່ມັດໄວ້ຢູ່ພວງມະໄລລົດ.

ໂດຍການໃສ່ສາຍສິນ ຢູ່ບໍລິເວນຄໍພວງມະໄລ ບໍ່ວ່າຈະເປັນເສັ້ນນ້ອຍ ຫຼື ເສັ້ນໃຫຍ່ ເມື່ອຜ່ານໄປໄລຍະໜຶ່ງກໍຈະເຮັດໃຫ້ສາຍສິນພັນເຂົ້າໄປໃນພວງມະໄລ ເພາະວ່າເວລາໝຸນພວງມະໄລ ສາຍສິນເກີດການແຊກເຂົ້າໄປ ແລ້ວໄປອຸດຢູ່ແຜງວົງຈອນຄໍພວງມະໄລ ເຮັດໃຫ້ເກີດການຂາດວົງຈອນ ແລະ ມີໄຟຮູບຖົງລົມເສີມຄວາມປອດໄພໂຊເຕືອນ ແລະ ສຽງແກກໍໃຊ້ບໍ່ໄດ້ ແລ້ວເກີດຄວາມເສຍຫາຍຕາມມາ.

ເຖິງຂັ້ນໂຊກຮ້າຍທີ່ສຸດກໍແມ່ນ ສາຍສິນເຂົ້າໄປພັນຄໍພວງມະໄລ ຈົນເຮັດໃຫ້ໝຸນບໍ່ໄດ້ຂະນະທີ່ກຳລັງຂັບລົດຢູ່ ກໍອາດຈະພາໃຫ້ເກີດອຸບັດຕິເຫດ.

ທ້າຍນີ້ ຈຶ່ງຢາກແນະນຳວ່າ ຖ້າໃຜຢາກໃສ່ກໍຄວນໃສ່ດ້ານນອກ ທີ່ບໍ່ໃຫ້ສາຍສິນໄປລົບກວນຕໍ່ການເຮັດວຽກຂອງລົດ ເພື່ອລົດ ແລະ ຕົວທ່ານເອງ.