spot_img
Homeຂ່າວພາຍ​ໃນອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ ເປີດຂື້ນຢູ່ນະຄອນຫລວງວຽງຈັນ

ອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ ເປີດຂື້ນຢູ່ນະຄອນຫລວງວຽງຈັນ

Published on

ເປີດອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ ເປັນສະຖານທີ່ມູນມໍລະດົກອັນລໍ້າຄ່າຂອງຊາດ ແລະ ເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 9 ເມສາ 2019. ສະຖານທີ່ຕັ້ງຢູ່ບ້ານສະພານທອງເໜືອ, ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ.

ອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ ເປັນສະຖານທີ່ມູນມໍລະດົກອັນລໍ້າຄ່າຂອງຊາດ ແລະ ເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດ ທີ່ມີຄວາມໝາຍສໍາຄັນ, ເຊິ່ງຈະກາຍເປັນບ່ອນສຶກສາອົບຮົມທາງດ້ານການເມືອງ-ແນວຄິດ, ເປັນບ່ອນສຶກສາຄົ້ນຄວ້າຮໍ່າຮຽນຂອງພະນັກງານການນໍາຫລັກແຫລ່ງ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ນັກຮຽນຮູ້, ນັກສຶກສາ ແລະ ປະຊາຊົນລາວບັນດາເຜົ່າຕະຫລອດຮອດແຂກທັງພາຍໃນ ແລະ ຕ່າງປະເທດໄດ້ສຶກສາຮຽນຮູ້ ແລະ ເຊື່ອມຊຶມຢ່າງໜັກແໜ້ນ ແບບແຜນການດໍາລົງຊີວິດ, ລວມທັງແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທໍາປະຕິວັດອັນໃສແຈ້ງຂອງ ທ່ານ ໜູຮັກ ພູມສະຫວັນ.

ໃຫ້ກຽດເຂົ້າຮ່ວມພິທີດັ່ງກ່າວ, ມີທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ,ປະທານປະເທດ, ພ້ອມດ້ວຍບັນດາສະຫາຍ ກໍາມະການສູນການພັກ, ລັດຖະມົນຕີ, ຮອງລັດຖະມົນຕີ, ແລະ ອະດີດການນໍາຂັ້ນສູງພັກ-ລັດ, ກໍຄື ບັນດາພະນັກງານອາວຸໂສບໍານານ ແລະ ຄອບຄົວລູກຫລານ, ອະດີດພະນັກງານຮັບໃຊ້ໃກ້ຊິດ, ອະດີດເລຂາ ທ່ານ ໜູນຮັກ ພູມສະຫວັນ, ຜູ້ຕາງຫນ້າອົງການຈັດຕັ້ງກ່ຽວຂ້ອງ ແລະ ພະນັກງານຮັບຜິດຊອບພິພິທະພັນໄກສອນພົມວິຫານ.

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...