spot_img
Homeຂ່າວຕ່າງປະເທດອອງຊານ ຊູຈີ ຖືກຄະດີລະເມີດກົດໝາຍຄວາມລັບຂອງລັດຖະບານອາດຖືກໂທດຈຳຄຸກ 14 ປີ.

ອອງຊານ ຊູຈີ ຖືກຄະດີລະເມີດກົດໝາຍຄວາມລັບຂອງລັດຖະບານອາດຖືກໂທດຈຳຄຸກ 14 ປີ.

Published on

ສຳນັກຂ່າວ CNN ລາຍງານວ່າ ທ່ານ ນາງ ອອງຊານ ຊູຈີ ຖືກເພີ່ມຂໍ້ກ່າວຫາໂດຍກອງທັບອ້າງວ່າລະເມີດກົດໝາຍຄວາມລັບຂອງລັດຖະບານ.

ກົດໝາຍດັ່ງກ່າວມີມາດົນນານຕັ້ງແຕ່ສະໄໝມຽນມາຢູ່ໃຕ້ການປົກຄອງຂອງອັງກິດ ແລະ ເປັນຂໍ້ກ່າວຫາທີ່ຮຸນແຮງທີ່ສຸດທີ່ ທ່ານ ນາງ ອອງຊານ ຊູຈີ ໄດ້ຮັບເພາະອາດຖືກໂທດຈຳຄຸກ 14 ປີ.

ຂໍ້ກ່າວຫາດັ່ງກ່າວຖືເປັນຂໍ້ກ່າວຫາທີ 5 ຂອງທ່ານ ນາງ ອອງຊານ ຊູຈີ ຫຼັງເກີດລັດຖະປະຫານ ເຊິ່ງ 4 ຂໍ້ກ່າວຫາກ່ອນໜ້ານີ້ມີການລະເມີດກົດໝາຍນຳເຂົ້າ ແລະ ສົ່ງອອກ ແລະ ການເຜີຍແຜ່ຂໍ້ມູນທີ່ສ້າງຄວາມສະເທືອນຂັວນຕໍ່ສາທາລະນະລວມຢູ່ນຳ.

ທະນາຍຄວາມຂອງທ່ານນາງອອງຊານຊູຈີ ທ່ານ ຂິ່ນ ເໝົ່າ ຊໍ ກ່າວວ່າຂໍ້ກ່າວຫາດັ່ງກ່າວໄດ້ຖືກຮັບຮອງໃນວັນທີ 25 ມີນາທີ່ຜ່ານມາ, ແຕ່ທ່ານໄດ້ຖືກແຈ້ງໃຫ້ຊາບໃນວັນທີ 30 ມີນາ.

ການເປີດເຜີຍດັ່ງກ່າວໄດ້ເກີດຂື້ນໃນຂະນະທີ່ກອງທັບມຽນມາປະກາດວ່າຈະຕັດສັນຍານອິນເຕີເນັດໃນທົ່ວປະເທດ ເພື່ອຢຸດການປະທ້ວງຂອງປະຊາຊົນທີ່ຕໍ່ຕ້ານການກໍ່ລັດຖະປະຫານ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...