ອຍ.ອາເມລິກາ ເປີດເຜີຍ ການກວດຫາເຊື້ອແບບ ATK ຈະມີໂອກາດສະແດງຜົນລົບສໍາລັບສາຍພັນ Omicron

0
1303

ວັນທີ 29 ທັນວາ 2021 ສໍານັກຂ່າວ posttoday ລາຍງານວ່າ ສໍານັກງານອາຫານ ແລະ ຢາ ຢູ່ທີ່ອາເມລິກາ (FDA) ກ່າວວ່າ ຜົນການກວດຫາເຊື້ອແບບ ATK ທີ່ໃຊ້ກັນທົ່ວໄປທັງໃນລາວ ແລະ ຕ່າງປະເທດ ໃນບາງຍີ່ຫໍ້ແມ່ນມີຄວາມບອກຜົນທີ່ຊັດເຈນໄດ້ໜ້ອຍໃນການກວດຫາເຊື້ອສາຍພັນໂອມີຄອນ Omicron FDA ວິໄຈປະສິດທິພາບຂອງຊຸດກວດ ATK ຮ່ວມກັບສະຖາບັນສຸຂະພາບແຫ່ງຊາດ ໂດຍໃຊ້ຕົວຢ່າງຈາກຜູ້ຕິດເຊື້ອທີ່ໄດ້ຮັບການຢືນຢັນແລ້ວວ່າຕິດເຊື້ອສາຍພັນໂອມີຄອນ ແລະ ພົບວ່າຊຸດກວດແບບ ATK ຍັງຄົງກວດເຫັນເຊື້ອໂອມີຄອນໄດ້ ແຕ່ຄວາມໄວໃນການກວດເຊື້ອຫຼຸດລົງ ເຊິ່ງໝາຍຄວາມວ່າມັນອາດຈະສາມາດເຮັດໃຫ້ຜົນກວດເປັນລົບໄດ້ ຫຼື ທີ່ເອີ້ນວ່າ false negative.

ຢ່າງໃດກໍດີ, FDA ຍັງຄົງແນະນໍາໃຫ້ໃຊ້ຊຸດກວດແບບ ATK ຕໍ່ໄປໂດຍໃຫ້ປະຕິບັດຕາມຄໍາແນະນໍາທີ່ລະບຸໄວ້ໃນກ່ອງ ແລະ ຍັງບອອກອີກວ່າ ໂດຍທົ່ວໄປແລ້ວຊຸດກວດແບບ ATK ມີຄວາມໄວໜ້ອຍກວ່າທີ່ຈະພົບເຊື້ອໃນຊ່ວງທໍາອິດ ເມື່ອທຽບກັບການກວດແບບ PCR ທີ່ກວດໃນຫ້ອງປະຕິບັດການ FDA ລະບຸວ່າ ຫາກມີຜົນກວດແບບ ATK ເປັນລົບ ແຕ່ສົງໄສວ່າຕົນເອງອາດຕິດເຊື້ອ ໂຄວິດ-19 ຫຼື ຢູ່ໃນກຸ່ທສ່ຽງເຊັ່ນ ມີອາການທີ່ຄ້າຍຄື ຫຼື ໄປສໍາພັດໃກ້ຊິດກັບຜູ້ຕິດເຊື້ອ ແມ່ນແນະນໍາໃຫ້ໄປກວດແບບ PCR ເຊິ່ງມີມາດຕະຖານທີ່ສູງກວ່າ.