Homeຂ່າວຕ່າງປະເທດອຍ.ອາເມລິກາ ເປີດເຜີຍ ການກວດຫາເຊື້ອແບບ ATK ຈະມີໂອກາດສະແດງຜົນລົບສໍາລັບສາຍພັນ Omicron ອຍ.ອາເມລິກາ ເປີດເຜີຍ ການກວດຫາເຊື້ອແບບ ATK ຈະມີໂອກາດສະແດງຜົນລົບສໍາລັບສາຍພັນ Omicron ຂ່າວຕ່າງປະເທດ Published on 30/12/2021 By Tina FacebookXPinterestWhatsApp 1396 ວັນທີ 29 ທັນວາ 2021 ສໍານັກຂ່າວ posttoday ລາຍງານວ່າ ສໍານັກງານອາຫານ ແລະ ຢາ ຢູ່ທີ່ອາເມລິກາ (FDA) ກ່າວວ່າ ຜົນການກວດຫາເຊື້ອແບບ ATK ທີ່ໃຊ້ກັນທົ່ວໄປທັງໃນລາວ ແລະ ຕ່າງປະເທດ ໃນບາງຍີ່ຫໍ້ແມ່ນມີຄວາມບອກຜົນທີ່ຊັດເຈນໄດ້ໜ້ອຍໃນການກວດຫາເຊື້ອສາຍພັນໂອມີຄອນ Omicron FDA ວິໄຈປະສິດທິພາບຂອງຊຸດກວດ ATK ຮ່ວມກັບສະຖາບັນສຸຂະພາບແຫ່ງຊາດ ໂດຍໃຊ້ຕົວຢ່າງຈາກຜູ້ຕິດເຊື້ອທີ່ໄດ້ຮັບການຢືນຢັນແລ້ວວ່າຕິດເຊື້ອສາຍພັນໂອມີຄອນ ແລະ ພົບວ່າຊຸດກວດແບບ ATK ຍັງຄົງກວດເຫັນເຊື້ອໂອມີຄອນໄດ້ ແຕ່ຄວາມໄວໃນການກວດເຊື້ອຫຼຸດລົງ ເຊິ່ງໝາຍຄວາມວ່າມັນອາດຈະສາມາດເຮັດໃຫ້ຜົນກວດເປັນລົບໄດ້ ຫຼື ທີ່ເອີ້ນວ່າ false negative. ຢ່າງໃດກໍດີ, FDA ຍັງຄົງແນະນໍາໃຫ້ໃຊ້ຊຸດກວດແບບ ATK ຕໍ່ໄປໂດຍໃຫ້ປະຕິບັດຕາມຄໍາແນະນໍາທີ່ລະບຸໄວ້ໃນກ່ອງ ແລະ ຍັງບອອກອີກວ່າ ໂດຍທົ່ວໄປແລ້ວຊຸດກວດແບບ ATK ມີຄວາມໄວໜ້ອຍກວ່າທີ່ຈະພົບເຊື້ອໃນຊ່ວງທໍາອິດ ເມື່ອທຽບກັບການກວດແບບ PCR ທີ່ກວດໃນຫ້ອງປະຕິບັດການ FDA ລະບຸວ່າ ຫາກມີຜົນກວດແບບ ATK ເປັນລົບ ແຕ່ສົງໄສວ່າຕົນເອງອາດຕິດເຊື້ອ ໂຄວິດ-19 ຫຼື ຢູ່ໃນກຸ່ທສ່ຽງເຊັ່ນ ມີອາການທີ່ຄ້າຍຄື ຫຼື ໄປສໍາພັດໃກ້ຊິດກັບຜູ້ຕິດເຊື້ອ ແມ່ນແນະນໍາໃຫ້ໄປກວດແບບ PCR ເຊິ່ງມີມາດຕະຖານທີ່ສູງກວ່າ. TagsatkOmicron ບົດຄວາມຫຼ້າສຸດ ຂ່າວພາຍໃນ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ.... 20/11/2026 ຂ່າວພາຍໃນ ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ... 20/11/2026 ຂ່າວພາຍໃນ ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ... 19/11/2026 ຂ່າວການພັດທະນາ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)... 17/11/2026