ຫຼາຍແຫ່ງສະຫຼອງວັນແມ່ຍິງສາກົນ ຄົບຮອບ 103 ປີ

 

ເພື່ອສ້າງຂະບວນການຕ້ອນຮັບວັນແມ່ຍິງສາກົນ 8 ມີນາ ຄົບຮອບ 103 ປີ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ຄະນະບໍລິຫານ
ງານສະຫະພັນແມ່ຍິງ ກະຊວງສຶກສາທິການ ແລະ ກີລາ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ແລະ ສະຫຼຸບບັ້ນແຂ່ງ
ຂັນ 3 ດີຂອງອົງການຈັດຕັ້ງມະຫາຊົນກະຊວງສຶກສາທິການ ແລະ ກີລາ ເຄິ່ງສະໄໝທີ 4 ໃນຕອນເຊົ້າວັນທີ 6 ມີນາ 2013
ຢູ່ທີ່ຫ້ອງປະຊຸມໃຫຍ່ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ໃຫ້ກຽດເຂົ້າຮ່ວມມີທ່ານ ດຣ. ພັນຄຳ ວິພາວັນ ລັດຖະມົນຕີວ່າ
ການ ກະຊວງສຶກສາທິການŒກີລາ ທ່ານນາງ ສີໃສ ລືເດດມູນສອນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ
ພ້ອມດ້ວຍພະນັກງານŒລັດຖະກອນອ້ອມຂ້າງກະຊວງ.
ໂອກາດດັ່ງກ່າວ ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງເຖິງມູນເຊື້ອປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ 8 ມີນາ
ພ້ອມນັ້ນພິທີຍັງໄດ້ມອບໃບຍ້ອງຍໍປະເພດບຸກຄົນ ແລະ ອົງການຈັດຕັ້ງ 3 ດີຕື່ມອີກ.
ຂ່າວແຈ້ງຕື່ມວ່າ: ຕອນເຊົ້າວັນດຽວກັນ ຢູ່ທີ່ສະຖາບັນຄົ້ນຄວ້າເສດຖະກິດ ແລະ ການຄ້າ (ໂພນທັນ) ກະຊວງອຸດສາຫະກຳ
ແລະ ການຄ້າ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ 8 ມີນາ ຄົບຮອບ 103 ປີ ແລະ ສຳມະນາກ່ຽວກັບ “ວຽກງານ
ສົ່ງເສີມ ແລະ ພັດທະນາແມ່ຍິງ ໃນການເຊື່ອມໂຍງກັບປະຊາຄົມເສດຖະກິດອາຊຽນ 2015 ແລະ ສາກົນ” ເຊິ່ງພິທີຍັງໄດ້ມີການ
ສະຫຼຸບລາຍງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງກະຊວງອຸດສາຫະກຳ ແລະ ການຄ້າ ປະຈຳປີ
2012 ແລະ ທິດທາງແຜນການຕໍ່ໜ້າ ໃຫ້ກຽດເຂົ້າຮ່ວມມີທ່ານ ສຽວສະຫວາດ ສະແຫວງສຶກສາ ລັດຖະມົນຕີຊ່ວຍວ່າການກະ
ຊວງອຸດສາຫະກຳ ແລະ ການຄ້າ ທ່ານ ດຣ. ນາງ ບົວຄຳ ທິບພະວົງ ຮອງກຳມາທິການເສດຖະກິດŒແຜນການ ແລະ ການເງິນ
ສະພາແຫ່ງຊາດ ຜູ້ຊີ້ນຳສະຫະພັນແມ່ຍິງຂະແໜງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍພະນັກງານŒວິຊາການກ່ຽວຂ້ອງ.
ຂ່າວແຈ້ງຕື່ມວ່າ: ຕອນເຊົ້າວັນດຽວກັນ ຢູ່ທີ່ສະໂມສອນປົກຄອງເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຫ້ອງການສະຫະ
ພັນແມ່ຍິງເມືອງ ກໍໄດ້ຈັດສະເຫຼີມສະຫຼອງວັນແມ່ຍິງສາກົນ 8 ມີນາຂຶ້ນ ພ້ອມທັງສະຫຼຸບວຽກງານການເຄື່ອນໄຫວຂອງສະຫະພັນ
ແມ່ຍິງເມືອງ ປະຈຳປີ 2012 ແລະ ທິດທາງແຜນການຕໍ່ໜ້າເຂົ້າຮ່ວມພິທີມີທ່ານ ບຸນນຳ ພັນສີທຸມ ຮອງເຈົ້າເມືອງສີໂຄດຕະ
ບອງ ທ່ານນາງ ທຸມມາລີ ພົມມະຈັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ທັງເປັນຫົວໜ້າສູນໃຫ້ຄຳປຶກສາສຳລັບ
ແມ່ຍິງ ແລະ ເດັກນ້ອຍ ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານŒວິຊາການກ່ຽວຂ້ອງອ້ອມຂ້າງເມືອງ.
ທີ່ມາhttp://www.vientianemai.net