spot_img
Homeຂ່າວຕ່າງປະເທດອຸນຫະພູມສູງຂຶ້ນ ແລະ ໄພແຫ້ງແລ້ງ ຜິດປົກກະຕິ ໃນຫຼາຍປະເທດ

ອຸນຫະພູມສູງຂຶ້ນ ແລະ ໄພແຫ້ງແລ້ງ ຜິດປົກກະຕິ ໃນຫຼາຍປະເທດ

Published on

ອີງຕາມຂ່າວຈາກ ວິທະຍຸສາກົນ ແຫ່ງ ສປ ຈີນ ລາຍງານ,​ ຫຼາຍປະເທດໃນທົ່ວໂລກ ກຳລັງຜະ​ເຊີນ​ກັບ ອຸນຫະພູມສູງຂຶ້ນ ແລະ ເກີດໄພແຫ້ງແລ້ງ ທີ່ຜິດປົກກະຕິ, ເຮັດໃຫ້ມວນຊົນ ມີຄວາມກັງວົນຕໍ່ການ ນຳໃຊ້ນ້ຳເຂົ້າໃນຊີວິດປະຈຳວັນ.

ເມື່ອ​ບໍ່​ດົນ​ມາ​ນີ້, ຄະນະກຳມາທິການ ສະຫະພາບເອີຣົບໄດ້ເຜີຍແຜ່ ບົດລາຍງານໂດຍລະບຸວ່າ: ຍ້ອນວ່າລະດູໜາວ ທີ່ຫາກໍຜ່ານໄປນັ້ນ ມີອາກາດແຫ້ງ ແລະ ອົບອຸ່ນເປັນພິເສດ, ປະລິມານນ້ຳຝົນ ແລະ ຫິມະໜ້ອຍຫລາຍ, ສະນັ້ນ, ຝຣັ່ງ, ແອັດສະປາຍ ແລະ ອີຕາລີ ຈຶ່ງໄດ້ຮັບ ຜົນກະທົບຈາກໄພແຫ້ງແລ້ງ.

ໃນໄລຍະຕໍ່ໜ້ານີ້, ປະເທດ ຈຳນວນໜຶ່ງໃນທະວີບເອີຣົບ ອາດຈະຂາດແຄນ ຊັບພະຍາກອນນ້ຳເປັນຈຳນວນຫຼາຍ ໃນຂະນະ​ທີ່ ອົດສະຕຣາລີ ນັບແຕ່ຕົ້ນເດືອນ ມີນານີ້ເປັນຕົ້ນມາ, ອຸນຫະພູມ ສະເລ່ຍສູງສຸດຢູ່ນະຄອນ ຊິດນີ ແມ່ນສູງ ເຖິງ 29,1 ອົງສາ. ສື່ມວນຊົນ ທ້ອງຖິ່ນ ລາຍງານວ່າ: ອີງຕາມ ທ່າອ່ຽງ ແບບນີ້, ເດືອນມີນາປີນີ້ ຈະມີອາກາດຮ້ອນ ທີ່ສຸດໃນຮອບ 165 ປີ ນັບແຕ່ ອົດສະຕຣາລີ ເລີ່ມມີການບັນທຶກ ຂໍ້ມູນໃນປະຫວັດສາດເປັນຕົ້ນມາ.

ທີ່ມາ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...