spot_img
Homeຂ່າວຕ່າງປະເທດຫຼາຍປະເທດກໍາລັງພົບກັບບັນຫາ COVID-19 ກາຍພັນ ແລະ ບໍລິສັດ Pfizer ກໍກໍາລັງພັດທະນາວັກຊີນກະຕຸ້ນໃຫ້ດີຂຶ້ນ

ຫຼາຍປະເທດກໍາລັງພົບກັບບັນຫາ COVID-19 ກາຍພັນ ແລະ ບໍລິສັດ Pfizer ກໍກໍາລັງພັດທະນາວັກຊີນກະຕຸ້ນໃຫ້ດີຂຶ້ນ

Published on

Thaifrx ໄດ້ລາຍງານວ່າ ບໍລິສັດ Pfizer ແລະ BioNTech ກໍາລັງພັດທະນາເຄື່ອງກະຕຸ້ນໂຄວິດ-19 ທີ່ມີຈຸດໝາຍກໍເພື່ອກໍານົດເປົ້າໝາຍຂອງເຊື້ອໄວຣັສເດລຕາເນື່ອງຈາກມີຄວາມກັງວົນທີ່ເພີ່ມຂຶ້ນກ່ຽວກັບສາຍພັນທີ່ແຜ່ເຊື້ອໄດ້ສູງເຊິ່ງມີການລະບາດສູງໃນອາເມລິກາ.

ທາງບໍລິສັດໄດ້ບອກວ່າເຖິງວັກຊີນຂອງພວກເຂົາໃນປັດຈຸບັນຈະມີປະສິດທິພາບໃນການປ້ອງກັນກໍຕາມ ແຕ່ກໍຍັງຕ້ອງມີການລະມັດລະວັງ ແລະ ຕ້ອງພັດທະນາປັບປຸງຄຸນນະພາບຂອງວັກຊີນໃຫ້ດີຕື່ມຂຶ້ນອີກ. ອົງການອະນາໄມໂລກໄດ້ປະເມີນວ່າໂຄວິດ-19 ສາຍພັນເດລຕາສາມາດແຜ່ເຊື້ອໄດ້ຫຼາຍກວ່າສາຍພັນ ອັລຟາປະມານ 55% ເຊິ່ງເປັນສາຍພັນທີ່ພົບຄັ້ງທໍາອິດໃນປະເທດອັງກິດ ແລະ ໃນປັດຈຸບັນວັກຊີນ Pfizer ກໍສະແດງໃຫ້ເຫັນວ່າມີປະສິດທິພາບໃນການປ້ອງກັນໂຄວິດ-19 ສາຍພັນເດລຕາທີ່ຮ້າຍແຮງ ແລະ ປ້ອງກັນການເສຍຊີວິດ. ໃນສະຫະລັດອາເມລິກາເຈົ້າໜ້າທີ່ສາທາລະນະສຸກໄດ້ຮຽກຮ້ອງໃຫ້ປະຊາຊົນຮ່ວມໃຈກັນສັກວັກຊີນໃຫ້ໄວທີ່ສຸດ.

ຜູ້ບໍລິຫານຈາກບໍລິສັດ Pfizer ໄດ້ບອກວ່າຕ້ອງໄດ້ໄດ້ສັກວັກຊີນເຂັມທີ 3 ພາຍໃນ 12 ເດືອນຫຼັງຈາກທີ່ໄດ້ຮັບວັກຊີນຄົບ 2 ເຂaມ ເນື່ອງຈາກວ່າເມື່ອເວລາຜ່ານໄປຈະເຮັດໃຫ້ປະສິດທິພາບຂອງວັກຊີນຫຼຸດລົງ ແລະ ທັງສອງບໍລິສັດນີ້ກໍກໍາລັງພັດທະນາວັກຊີນກະຕຸ້ນເພື່ອປ້ອງກັນໃນຂັ້ນຕໍ່ໄປ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...