spot_img
Homeຂ່າວພາຍ​ໃນຫຼວງພະບາງແຈ້ງຜູ້ຕິດເຊື້ອໂຄວິດຕ້ອງຮັບຜິດຊອບອາຫານ-ນໍ້າດື່ມດ້ວຍຕົນເອງ

ຫຼວງພະບາງແຈ້ງຜູ້ຕິດເຊື້ອໂຄວິດຕ້ອງຮັບຜິດຊອບອາຫານ-ນໍ້າດື່ມດ້ວຍຕົນເອງ

Published on

ຄະນະສະເພາະກິດແຂວງຫຼວງພະບາງ​ ແຈ້ງຜູ້ຕິດເຊື້ອໂຄວິດຕ້ອງໄດ້ຮັບຜິດຊອບຄ່າກິນຢູ່ຕ່າງໆດ້ວຍຕົນເອງໃນຊ່ວງການປິ່ນປົວ ເນື່ອງຈາກທາງອົງການກາແດງສະວິສ ທີ່ເຄີຍໃຫ້ການສະໜັບສະໜູນດ້ານສະບຽງອາຫານສໍາລັບຜູ້ຕິດເຊື້ອໃນໂຮງໝໍພາກສະໝາມ ໄດ້ຢຸດໃຫ້ການສະໜັບສະໜູນໃນອາທິດຜ່ານມາ.

ອີງຕາມແຈ້ງການ ອອກໂດຍຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 ໃນວັນທີ 23 ພະຈິກ, ນັບແຕ່ວັນທີ 23​ ພະຈິກເປັນຕົ້ນໄປ, ພາກລັດຈະຢຸດຕິການແຈກຢາຍ ອາຫານ, ນໍ້າດື່ມ ແລະສິ່ງອຳນວຍຄວາມສະດວກອື່ນໆໃຫ້ແກ່ ຜູ້ຕິດເຊື້ອໄວຣັສທີ່ໄດ້ຮັບການປິ່ນປົວຢູ່ສະຖານທີ່ສາທາລະນະສຸກພາຍໃນແຂວງດັ່ງກ່າວ.

ແຈ້ງການລະບຸວ່າ ບັນດາປະຊາຊົນ ຈະໄດ້ຈ່າຍຄ່າອາຫານ30.000 ກີບ/ຄົນ/ມື້ (ອາຫານສາມຄາບ), ແລະ ນ້ຳດື່ມ 10.000ກີບ/ຄົນ/ມື້​; ໄລຍະເວລາປິ່ນປົວສຳລັບຜູ້ປ່ວຍທີ່ມີອາການປົກກະຕິແມ່ນ 14 ວັນ, ຄ່າໃຊ້ຈ່າຍສໍາລັບອາຫານ ລວມມູນຄ່າ 560.000 ກີບ/ຄົນ ສ່ວນຜູ້ຕິດເຊື້ອທີ່ໃຊ້ເວລາໃນການປິ່ນປົວກາຍສອງອາທິດແມ່ນຈະໄດ້ຈ່າຍເພີ່ມໂດຍອີງຕາມວັນປິ່ນປົວຕົວຈິງ.

ກໍລະນີເກີດລະບາດໃນໂຮງງານ ຫຼື ສະຖານທີ່ຕ່າງໆທີ່ມີພະນັກງານ 50 ຄົນຂື້ນໄປ ຕ້ອງພົວພັນຫາເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເພື່ອຈັດຕັ້ງໂຮງໝໍພາກສະໜາມປິ່ນປົວຢູ່ກັບທີ່ ສ່ວນຄ່າໃຊ້ຈ່າຍຕ່າງໆແມ່ນມອບໃຫ້ທາງໂຮງງານເປັນຜູ້ຮັບຜິດຊອບເອງ. ບັນດາຫ້ອງການລັດ, ລວມທັງທຸລະກິດຕ່າງໆຕ້ອງມີມາດຕະການປ້ອງກັນຕົນເອງ ຫາກມີກໍລະນີຜູ້ຕິດເຊື້ອ ແມ່ນຈະໄດ້ມອບໃຫ້ພາກສ່ວນດັ່ງກ່າວ ເປັນຜູ້ຮັບຜິດຊອບຄ່າອາຫານ, ຄາບເຂົ້າ ແລະ ຄ່ານ້ຳດື່ມດ້ວຍຕົນເອງ ຂະນະທີ່ທາງພາກລັດຈະຮັບຜິດຊອບສະເພາະ ສະຖານທີ່ປິ່ນປົວ, ຢາປົວພະຍາດ ແລະ ອຳນວຍຄວາມສະດວກຕ່າງໆໃນການຮັບເຂົ້າສູນ, ໂຮງໝໍພາກສະໜາມ ແລະ ສະຖານທີ່ຮອງຮັບປິ່ນປົວ.

ຢ່າງໃດກໍຕາມ, ຄະນະສະເພາະກິດແຂວງ ໄດ້ກໍານົດໂຮງແຮມເປັນສະຖານທີ່ປິ່ນປົວ ສະເພາະຜູ້ມີ ເງື່ອນໄຂດ້ານເສດຖະກິດ ໂດຍມີວິຊາການແພດປິ່ນປົວປະຈຳ, ແຕ່ຕ້ອງໄດ້ຮັບຜິດຊອບຄ່າໃຊ້ຈ່າຍຕ່າງໆດ້ວຍຕົນເອງ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...