ຫິມະລົງນະຄອນຫລວງໂຕກຽວຫນັກທີ່ສຸດໃນຮອບ 4ປີ

ນະຄອນຫລວງໂຕກຽວ ປະສົບກັບຫິມະຕົກຫນັກທີ່ສຸດໃນຮອບ 4 ປີ, ການຄົມມະນາຄົມທາງອາກາດຖືກຍົກເລີກ ແລະ ລ່າຊ້າເປັນເວລາດົນນານ ອີກທັງການຈະລາຈອນທາງບົກ-ລົດໄຟໃຕ້ດິນໄດ້ຮັບຜົນກະທົບຕາມມາ. ອັນເນື່ອງມາຈາກພູເຂົາໄຟຄືຊິດຊຶ-ຊີຣາເນະ ສູງ 2,160 ແມັດ ໃກ້ເມືອງຫລວງໂຕກຽວປະທຸອອກມາ ແລະ ເກີດຫິມະຖະລົ່ມທີ່ລີສອດສະກີ ລາຍງານວ່າມີຜູ້ໄດ້ຮັບບາດເຈັບ 4 ຄົນ ແລະ ສູນຫາຍ 1 ຄົນ.

ສຳນັກຂ່າວຕ່າງປະເທດລາຍງານວ່າ ນະຄອນຫລວງຂອງຍີ່ປຸ່ນຕ້ອງປະສົບກັບຫິມະຕົກຫນັກທີ່ສຸດໃນຮອບ 4 ປີ ຈົນທາງການຕ້ອງອອກມາປະກາດໃຫ້ປະຊາຊົນທີ່ເດີນທາງດ້ວຍລະບົບຂົນສົ່ງສາທາລະນະໃຫ້ຮີບກັບບ້ານ ພ້ອມກັບແຈ້ງເຕືອນຜູ້ຂັບຂີ່ພາຫະນະຕາມທ້ອງຖະຫນົນຈະຕ້ອງພົບກັບການຈະລາຈອນທີ່ຕິດຂັດອັນເນື່ອງມາຈາກຫິມະຕົກຫນັກ.

 

ເວັບໄຊສ໌ຂ່າວ Japantimes ແຈ້ງວ່າຫິມະຕົກລົງມາຢ່າງຫນັກໃນເມືອງຫລວງໂຕກຽວ ສະເພາະສາຍການບິນເຈແປນແອຣ໌ລາຍ ຕ້ອງໄດ້ຍົກເລີກຖ້ຽວບິນທີ່ສະຫນາມບິນຮາເນດະ ເຖີງ 122 ຖ້ຽວບິນ ສົ່ງຜົນກະທົບຕໍ່ຜູ້ໂດຍສານປະມານ 15,110 ຄົນ ຕ້ອງເດີນທາງລ່າຊ້າກວ່າກຳນົດ. ທາງດ້ານບໍລິສັດສະຖານີລົດໄຟໃຕ້ດິນໂຕກຽວ ປະກາດວ່າອາດຈະຍົກເລີກໃຫ້ການບໍລິການລົດໄຟໃຕ້ດິນບາງສາຍ ຫລື ລົດໄຟບາງຂະບວນອາດຕ້ອງລ່າຊ້າກວ່າກຳນົດ ຈື່ງຂໍໃຫ້ປະຊາຊົນກວດສອບການລາຍງານລ່າສຸດກ່ອນອອກຈາກບ້ານ, ຫ້ອງການ ຫລື ສະຖານທີ່ຕ່າງໆໄດ້ທີ່ເວັບໄຊສ໌ www.tokyometro.jp

ແຫລ່ງຂ່າວຕ່າງປະເທດ TRN