Epson ເປີດຕົວຜະລິດຕະພັນໃໝ່

ເມື່ອວັນທີ 24 ມັງກອນ 2018 ທີ່ໂຮງແຮມແລນມາກ Epson ສືບຕໍ່ບຸກຕະຫຼາດລາວດ້ວຍການເປີດຕົວເຄື່ອງພິມ inktank inkjet ລຸ້ນໃໝ່, ໂປຣເຈັກເຕີ້ smart-series ແລະ ເຄື່ອງສະແກນເນີ້ເພື່ອທຸລະກິດ ເພື່ອຮັບຮອງຄວາມຮຽກຮ້ອງຕ້ອງການຜະລິດຕະພັນໄອທີ ທີ່ເພີ່ມຂຶ້ນໃນພາກສ່ວນທຸລະກິດ ເນື່ອງຈາກເສດຖະກິດຂອງລາວຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

Epson ເປີດຕົວເຄື່ອງພິມຈຳນວນ L-series ຈຳນວນ 6 ລຸ້ນໃຫມ່ລວມມີ L405 ເຄື່ອງພິມອະເນກປະສົງ ສີ່ສີ Wi-Fi ແລະ L4150, L4160, L6160, L6170, L6190 ທີ່ຊ່ວຍຍົກລະດັບນ້ຳມຶກ ແລະ ສີກັນນ້ຳໄດ້ຢ່າງມີປະສິດທິພາບ ຈຸດເດັ່ນໃນງານຄື L6160, L6170 ແລະ L6190 ທີ່ມາພ້ອມຫົວພິມ Micro Piezo PrecisionCore ແບບໃໝ່ ສາມາດຈັດການວຽກງານພິມໄວ ແລະ ປະຢັດ ສີແຕ່ລະໜ້າມີຄ່າໃຊ້ຈ່າຍພຽງ 33,32 ກີບ ແລະ ໜ້າສີຂາວດຳມີຄ່າໃຊ້ຈ່າຍພຽງ 13,32 ກີບ ນອກຈາກນີ້ຍັງສາມາດພິມໄດ້ສອງດ້ານອັດຕະໂນມັດ ແລະ ແບບບໍ່ມີຂອບເຈ້ຍຂະໜາດຕ່າງໆສູງສຸດຄື A4 ເຄື່ອງພິມເຫຼົ່ານີ້ເໝາະໃນການໃຊ້ງານເພາະຊ່ວຍຫຼຸດຄ່າໃຊ້ຈ່າຍເລື່ອງມຶກ, ເລື່ອງເຈ້ຍໄດ້ ແລະ ບໍ່ສິ້ນເປືອງເວລາ.

ທ່ານ ຢືນຢົງ ມຸນິມົງຄຸນທອນ ຜູ້ຈັດການທົ່ວໄປຂອງ Epson ປະເທດໄທກ່າວວ່າ ເຄື່ອງພິມ inktank inkjet ຂອງ Epson ແລະ ທຸລະກິດໂປຣເຈັກເຕີ້ ໂດຍພາບລວມປະສົບຜົນສຳເລັດເປັນຢ່າງດີ ຍອດຂາຍ Epson L-series ໃນ 150 ປະເທດທົ່ວໂລກ ມີຈຳນວນເຖິງ 20 ລ້ານເຄື່ອງ ມີສ່ວນແບ່ງການຕະຫຼາດເຖິງ 70% ຂອງພາກສ່ວນເຄື່ອງພິມ inktank ໃນອາຊີຕາເວັນອອກສຽງໃຕ້, ນອກຈາກນີ້ Epson ຍັງປະສົບຄວາມສຳເລັດເປັນຢ່າງດີໃນພາກສ່ວນໂປຣເຈັກເຕີ້ ກັບການເປັນຜູ້ຜະລິດໂປຣເຈັກເຕີ້ອັນດັບໜຶ່ງຂອງໂລກ ເປັນເວລາ 16 ປີຕິດຕໍ່ກັນ ແລະ ມີສ່ວນແບ່ງການຕະຫຼາດ 37.3% ໃນພູມິພາກນີ້.

Epson ໄດ້ເຂົ້າມາມີບົດບາດໃນປະເທດລາວເປັນເວລາຍາວນານກວ່າ 20 ປີ ແລະ ລາວມີການຂະຫຍາຍຕົວທາງເສດຖະກິດທີ່ດີຕະຫຼອດໃນໄລຍະແປດປີທີ່ຜ່ານມາ ແລະ ໃນປີ 2018 ຄາດວ່າຈະມີການສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງດ້ວຍ GDP ປະມານ 6-7% ແລະ ປັດຈຸບັນ Epson ກຳລັງໄດ້ຮັບຄວາມນິຍົມຫຼາຍໃນປະເທດມຽນມາ

Epson ມີເຄື່ອງພິມ inktank inkjet ຈຳນວນຫຼາຍທີ່ສຸດເຖິງ 18 ລຸ້ນ ແລະ ມີຈຸດແຂງກວ່າແບຣນອື່ນໆ ທາງດ້ານຄວາມທັນສະໄໝຂອງເທັກໂນໂລຢີ ແລະ ຄຸນນະພາບຂອງນ້ຳມຶກ, ມີອາຍຸການໃຊ້ງານທີ່ຍາວນານສູງສຸດເຖິງ 10,000 ຊົ່ວໂມງ

ທ່ານ ນາງ ວິລະວອນ ວິສອນລີວົງ ຜູ້ອຳນວຍການ ເມັກໂຄອິນໂຟ ແລະ ເປັນຕົວແທນ Epson ໃນລາວມາດົນກວ່າ 13ປີ ກ່າວວ່າ ຕະຫຼາດໃນລາວ Epson ມີທັງໝົດ 15 ແຂວງ, ຊ່ວງນີ້ທາງ Epson ມີໂປຣໂມຊັ່ນຫຼຸດລາຄາພິເສດເພື່ອຄືນກຳໄລໃຫ້ລູກຄ້າ ພ້ອມທັງແນະນຳໃຫ້ຄົນລາວເລືອກຊື້ ຜະລິດຕະພັນຂອງ Epson ພາຍໃນປະເທດລາວຈະດີກວ່າ ເພາະຈະສະດວກສະບາຍດ້ານບໍລິການຫຼັງການຂາຍ.