Homeຂ່າວພາຍ​ໃນລາວໄດ້ຮັບລາງວັນການອອກພັນທະບັດທີ່ມີເງື່ອນໄຂດີທີ່ສຸດ ປະຈຳປີ 2017

ລາວໄດ້ຮັບລາງວັນການອອກພັນທະບັດທີ່ມີເງື່ອນໄຂດີທີ່ສຸດ ປະຈຳປີ 2017

Published on

ລັດຖະບານແຫ່ງ ສປປ ລາວ ກໍ່ຄືກະຊວງການເງິນ ສາມາດຍາດໄດ້ລາງ ວັນຂອງການອອກພັນທະບັດທິ່ມີເງື່ອນໄຂດີທີ່ສຸດ (Best Bond Award) ປະຈຳປີ 2017 ຈາກຜົນງານການອອກພັນທະບັດເປັນສະກຸນເງິນບາດ ມູນຄ່າ 14 ພັນລ້ານບາດ ທີ່ປະເທດໄທ ໃນ ເດືອນຕຸລາ 2017 ທີ່ຜ່ານມາຈາກ The Asset Triple A Country Award 2017 ທີ່ຮົງກົງ.

ຕາງໜ້າລັດຖະບານລາວເຂົ້າຮ່ວມ ໃນພິທີປະກາດຜົນລາງວັນການລະດົມ ທຶນດີເດັ່ນປະຈຳປີ 2017 (The Asset Triple A Country Award 2017) ຢູ່ທີ່ຮົງກົງ, ໃນລະຫວ່າງວັນທີ 15-18 ມັງກອນ 2018 ຜ່ານມາໂດຍແມ່ນທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີ ກະຊວງການເງິນ, ໂດຍມີຫຼາຍສະຖາ   ບັນການເງິນທີ່ມີຊື່ສຽງໃນພາກພື້ນເຂົ້າຮ່ວມ.

ໃນງານປະກາດຜົນລາງວັນດັ່ງກ່າວ ສປປ ລາວ ສາມາດຍາດໄດ້ລາງວັນ ຂອງການອອກພັນທະບັດທີ່ມີເງື່ອນໄຂດີທີ່ສຸດ (Best Bond Award) ຈາກຜົນງານການອອກພັນທະບັດເປັນສະກຸນເງິນບາດທີ່ປະເທດໄທ ໃນເດືອນຕຸລາ 2017 ແລະການອອກພັນທະບັດຄັ້ງນີ້, ກະຊວງການເງິນແຫ່ງ ສປປ ລາວ ໄດ້ມອບໃຫ້ທະນາຄານກຸງເທບ, ທະນາຄານທະນະຊາດ, ທະນາຄານໄທພານິດ ແລະບໍລິສັດທີ່ປຶກສາທະວິນພາຍ ເປັນຜູ້ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ຂອງໄທ, ລວມທັງການກະກຽມເອກະສານທີ່ກ່ຽວ ຂ້ອງກັບການອອກພັນທະບັດ ແລະຕອບຄຳຖາມຂອງບັນດານັກລົງທຶນ, ກະຊວງການເງິນໄທ ແລະທະນາຄານແຫ່ງປະເທດໄທໄດ້ອະນຸຍາດໃຫ້ລັດຖະບານລາວ ອອກພັນທະບັດເປັນສະກຸນເງິນບາດ ຢູ່ປະເທດໄທ ມູນຄ່າບໍ່ເກີນ 14  ພັນລ້ານບາດ.

ຊຶ່ງການອອກພັນທະບັດຄັ້ງນີ້, ເປັນຄັ້ງທີ 7 ແລະໄດ້ສຳເລັດໃນວັນທີ 5 ຕຸລາ 2017 ແລະສາມາດອອກພັນທະບັດທີ່ມີອາຍຸເຖິງ 3 ປີ, 5 ປີ, 7 ປີ, 10 ປີ, 12 ປີ ແລະ 15 ປີ ຊຶ່ງກວມເອົາ 38,40% ຂອງມູນຄ່າພັນທະບັດທັງໝົດ, ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນຂອງນັກ ລົງທຶນໄທທີ່ມີຕໍ່ເສດຖະກິດຂອງ ສປປ ລາວ. ໃນຄັ້ງນີ້, ຈຳນວນນັກລົງທຶນທີ່ຊື້ ພັນທະບັດຂອງລັດຖະບານ ສປປ ລາວ ໃນຄັ້ງນີ້ກວມເອົາ 27,8% ຂອງນັກ ລົງທຶນທີ່ມີລາຍຮັບສູງ (High Net Worth), ສ່ວນ 72,2% ແມ່ນນັກ ລົງທຶນທີ່ເປັນສະຖາບັນການເງິນ ຈາກຜົນງານດັ່ງກ່າວ ຈຶ່ງເຮັດໃຫ້ ສປປ ລາວ ສາມາດຍາດໄດ້ລາງວັນຂອງການອອກພັນທະບັດທິ່ມີເງື່ອນໄຂດີທີ່ສຸດປະຈໍາປີ 2017.

ນອກຈາກນີ້, ໃນປີ 2015  ສປປປ ລາວ ກໍ່ເຄີຍໄດ້ລາງວັນການລະດົມທຶນ ແຫ່ງປີໃນອະນຸພາກພື້ນລຸ່ມແມ່ນ້ຳຂອງ (Deals of the year) ຈາກຜົນງານ ທີ່ອອກພັນທະບັດເປັນສະກຸນເງິນບາດ ມູນຄ່າ 12 ພັນລ້ານບາດ ທີ່ປະເທດໄທ ໃນປີ 2015.

 

ແຫລ່ງຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...