spot_img
Homeຂ່າວຕ່າງປະເທດຫາດຊາຍສີລັງກາປະເຊີນໜ້າກັບມົນລະພິດທີ່ຮ້າຍແຮງທີ່ສຸດໃນປະຫວັດສາດຈາກເຮືອໄຟໄໝ້

ຫາດຊາຍສີລັງກາປະເຊີນໜ້າກັບມົນລະພິດທີ່ຮ້າຍແຮງທີ່ສຸດໃນປະຫວັດສາດຈາກເຮືອໄຟໄໝ້

Published on

ສີລັງກາກຳລັງປະເຊີນໜ້າກັບວິກິດມົນລະພິດທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ເນື່ອງຈາກຄື້ນຂີ້ເຫຍື້ອພລາສຕິກຈາກເຮືອບັນທຸກສິນຄ້າທີ່ໄຟໄໝ້ແລະ ພັດເຂົ້າມາຊາຍຝັ່ງ. ທະຫານຫຼາຍພັນຄົນໄດ້ລົງພື້ນທີ່ເພື່ອຊ່ວຍກັນຕັກຝຸ່ນຂີ້ເທົ່າພລາສຕິກຈຳນວນຫຼາຍອອກຈາກພື້ນທີ່.

ອົງການປ້ອງກັນທາງທະເລຂອງປະເທດສີລັງກາ (MEPA) ກ່າວວ່າມົນລະພິດຈາໄມໂຄພລາສຕິກອາດເຮັດໃຫ້ເກີດຄວາມເສຍຫາຍທາງດ້ານນິເວດວິທະຍາຕໍ່ເກາະຕ່າງໆໃນມະຫາສະໝຸດອິນເດຍເປັນເວລາຫຼາຍປີ.

ການຫາປາໄດ້ຖືກຫ້າມຢູ່ຕາມແຄມຝັ່ງທະເລຍາວ 80 ກິໂລແມັດໃກ້ກັບເຮືອທີ່ລຸກໄໝ້ ເປັນເວລາ 10 ວັນເຖິງວ່າຈະມີການປະຕິບັດງານດັບເພີງລະດັບສາກົນ.

ເຈົ້າໜ້າທີ່ອີກທີມໜຶ່ງໄດ້ນຳພາທີມງານເຊິ່ງໃນບາງສ່ວນຂອງຫາດຊາຍມີໄມໂຄພລາສຕິກ ແລະ ສິ່ງເສດເຫຼືອທີ່ມີໄຟ ໄໝ້ຢູ່ເລິກ 60 ຊັງຕີແມັດ.

ຊາວປະມົງທ້ອງຖິ່ນ Peter Fernando, ອາຍຸ 68 ປີ, ກ່າວວ່າລາວບໍ່ເຄີຍເຫັນການທຳລາຍລ້າງແບບນີ້ມາກ່ອນ.

ການຮົ່ວໄຫຼຂອງນໍ້າມັນຈາກຖັງເກັບນໍ້າມັນ 278 ໂຕນແລະກາຊວນ 50 ໂຕນຈະເພີ່ມຄວາມສ່ຽງຕໍ່ຄວາມເສຍຫາຍ.

ເຮືອຂົນສົ່ງສິນຄ້າສ່ວນໃຫຍ່ ລວມມີອາຊິດ nitric 25 ໂຕນ, sodium hydroxide, ນໍ້າມັນລໍ່ລື້ນ ແລະສານເຄມີອື່ນໆ ພວກມັນຖືກທຳລາຍໃນການເຜົາໄໝ້.

ການດຳເນີນການກອບກຸ້ລະຫວ່າງປະເທດນຳໂດຍບໍລິສັດ SMIT ຂອງເນເທີແລນ ເຊິ່ງໄດ້ສົ່ງເຮືອລາກຈູງສຳລັບນັກດັບເຜີງ,​ຜູ້ຊ່ຽວຊານ ອິນເດຍໄດ້ສົ່ງເຈົ້າໜ້າທີ່ຍາມຝັ່ງໄປຊ່ວຍກອງທັບສີລັງກາ.

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...