spot_img
Homeຂ່າວຕ່າງປະເທດຫວຽດນາມ​ ເງິນ​ເຟີ້​ເພີ່ມ​ຂຶ້ນໃນ​ໄຕ​ມາດ​ທຳ​ອິດຂອງປີນີ້

ຫວຽດນາມ​ ເງິນ​ເຟີ້​ເພີ່ມ​ຂຶ້ນໃນ​ໄຕ​ມາດ​ທຳ​ອິດຂອງປີນີ້

Published on

ອັດຕາ​ເງິນ​ເຟີ້​ຂອງ​ຫວຽດນາມ​ກັບ​ມາ​ພູ່ງສູງ​ຂຶ້ນ​ໃນ​​ໄລຍະ 3 ​ເດືອນ​ທຳ​ອິດ​ຂອງ​ປີນີ້ ຫຼັງ​ຈາກ​ຫຼຸດ​ລົງ​ເຫຼືອສູນ ​ໃນ​ປີ​ທີ່​ຜ່ານ​ມາ.

ສຳນັກຂ່າວເອເອຟພີລາຍງານຈາກນະຄອນຮ່າໂນ້ຍ ປະເທດຫວຽນນາມ ເມື່ອວັນທີ 24 ມີນາ​ວ່າ ອັດຕາ​ເງິນ​ເຟີ້​ຂອງ​ຫວຽດນາມ​ເພີ່ມ​ສູງ​ຂຶ້ນ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້ ຫຼັງ​ຈາກ​ເງິນ​ເຟີ້​ຫຼຸດ​ລົງ​ເປັນ​ສູນ​ໃນ​ປີ​ທີ່​ຜ່າ​ນມາ, ສຳນັກງານ​ສະຖິຕິ​ແຫ່ງ​ຊາດ​ຫວຽດນາມ ຫຼື ​ຈີ​ເອສ​ໂອ ລະບຸ​ວ່າ ອັດຕາ​ເງິນ​ເຟີ້​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້​ຢູ່​ທີ່ 1,25%​ ເມື່ອ​ທຽບ​ກັບ​ອັດຕາ​ປີ​ຕໍ່​ປີ ​ແລະ ສູງ​ຂຶ້ນ​ຫຼາຍ​ເມື່ອ​ທຽບ​ກັບ​ໄລຍະ​​ເວລາ​ດຽວ​ກັນ​ຂອງ​ປີ​ທີ່​ຜ່ານ​ມາ ສະ​ເພາະ​ໃນ​ເດືອນ​ມີນາ​ລາຄາ​ຜູ້​ບໍລິ​ໂພ​ກສູງ​ຂຶ້ນ 1,69% ​ເມື່ອ​ທຽບ​ກັບ​ປີ 2015.

ຖະ​ແຫຼງການ​ຂອງຈີ​ເອສ​ໂອ​ລະບຸ​ຕື່ມ​ວ່າ ​ໃນ​ໄລຍະ 3 ​ເດືອນ​ທຳ​ອິດ​ຂອງ​ປີ 2016 ການ​ເພີ່ມ​ຂຶ້ນ​ສູງ​ສຸດ​ຂອງ​ລາຄາ​ຜູ້​ບໍລິ​ໂພ​ກຢູ່​ໃນ​ຂະ​ແໜງ​ສາທາລະນະ​ສຸກ​ເພີ່ມ​ຂຶ້ນ 11,88% ​ແລະ ການ​ສຶກສາ​ເພີ່ມ​ຂຶ້ນ 3,63% ຜູ້​ຊ່ຽວຊານ​ເຊື່ອວ່າ ອັດຕາ​ເງິນ​ເຟີ້​ອາດ​ສູງ​ເກີນ​ເປົ້າ​ໝາຍ​ຂອງ​ລັດຖະບານ​ທີ່​ຕັ້ງ​ເປົ້າ​ໄວ້ 5% ​ໃນ​ປີ​ນີ້ ຫຼັງ​ຈາກ​ຫຼຸດ​ລົງ​ຕໍ່າ​ເປັນສະຖິຕິ​ຢູ່​ທີ່ 0,63% ​ໃນ​ປີ 2015 ຕໍ່າ​ສຸດ​ໃນ​ຮອບ 14 ປີ.

​      ເສດຖະກິດ​ຫວຽດນາມ​ໃນ​ປີ 2015 ​ເຕີບ​ໂຕ​ວ່ອງ​ໄວ​ສຸດ​ໃນ​ຮອບ 5 ປີ ຈາກ​ປັດ​ໄຈ​ຫຼັກການ​ສົ່ງ​ອອກ​ທີ່​ເຂັ້ມ​ແຂງ ​ແລະ ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ທີ່​ເພີ່ມ​ສູງ​ຂຶ້ນ​ເປັນ​ສະຖິຕິ ​ໂດຍ​ຕົວ​ເລກ​ການ​ຂະຫຍາຍຕົວ​ຂອງ​ຈີ​ດີ​ພີ​ຢູ່​ທີ່ 6,6% ສູງ​ກວ່າ​ເປົ້າ​ໝາຍ​ຂອງ​ລັດຖະບານ​ຕັ້ງ​ເປົ້າ​ໄວ້​ຢູ່​ທີ່ 6,2%.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...