spot_img
Homeຂ່າວທ້ອງຖິ່ນຫວຽດນາມໄດ້ຕັ້ງເປົ້າເພີ່ມການສົ່ງອອກສິນຄ້າກະສິກຳໃນປີ 2020 ໃຫ້ໄດ້ຫຼາຍກວ່າ 41,000 ລ້ານໂດລາ

ຫວຽດນາມໄດ້ຕັ້ງເປົ້າເພີ່ມການສົ່ງອອກສິນຄ້າກະສິກຳໃນປີ 2020 ໃຫ້ໄດ້ຫຼາຍກວ່າ 41,000 ລ້ານໂດລາ

Published on

ເວັບໄຊ posttoday ລາຍງານວ່າ ກະຊວງກະສິກຳຂອງຫວຽດນາມໄດ້ຕັ້ງເປົ້າທີ່ຈະເພີ່ມການສົ່ງອອກສິນຄ້າກະສິກຳ ໃນປີ 2020 ຂຶ້ນມາເປັນຫຼາຍກວ່າ 41,000 ລ້ານໂດລາ ຈາກປະມານ 40,000 ລ້ານໂດລາໃນປີທີ່ຜ່ານມາ.

ທ່ານ ເຈິ້ນດິ່ງລວນ ຫົວໜ້າກົມປະມົງຫວຽດນາມໃຫ້ສຳພາດກັບ Bloomberg ວ່າຫວຽດນາມກຳລັງດຳເນີນມາດຕະການເພື່ອເພີ່ມການສົ່ງອອກສິນຄ້າປະມົງໃຫ້ໄດ້ເຖິງ 9,000 ລ້ານໂດລາ ໃນປີ 2020.

ທ່ານ ເຈິ້ນດິ່ງບວນ ຄາດການວ່າໃນປີນີ້ຫວຽດນາມຈະແຊງປະເທດໄທຂຶ້ນມາເປັນຜູ້ສົ່ງອອກເຂົ້າລາຍໃຫຍ່ອັນດັບສອງຂອງໂລກ.

ການຄາດການຂອງເຈົ້າໜ້າທີ່ລະດັບສູງຂອງຫວຽດນາມສອດຄ່ອງກັບການປະເມີນຂອງກະຊວງກະສິກຳອາເມລິກາ ເດືອນ ສິງຫາ 2020 ທີ່ລະບຸວ່າ ຫວຽດນາມກຳລັງຈະແຊງໜ້າໄທໃນປີ 2019/2020 ໃນຖານະຜູ້ສົ່ງອອກເຂົ້າອັນດັບສອງຂອງໂລກ ເນື່ອງຈາກປະເທດຫວຽດນາມໄດ້ຮັບປະໂຫຍດຈາກປະລິມານເຂົ້າທີ່ຫຼຸດລົງໃນທ້ອງຕະຫຼາດ ແລະ ລາຄາເຂົ້າທີ່ເພີ່ມສູງຂຶ້ນໃນໄທ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...