ຫວຽດນາມຄາດ ສົ່ງອອກເຂົ້າເຄິ່ງປີນີ້ຂະຫຍາຍຕົວ ເຖິງປະສົບໄພແລ້ງໜັກ ໃນຮອບ 90 ປີ!

ຊາວນາຫວຽດນາມ ເຂດທົ່ງພຽງປາກແມ່ນ້ຳຂອງ ຈູດເຜົາຕົ້ນເຂົ້າທີ່ຕາຍ ຍ້ອນໄພແຫ້ງແລ້ງ (30 ມີນາ 2016)

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ເມສາຜ່ານມານີ້ວ່າ ລັດຖະບານຫວຽດນາມ ວາງຄາດໝາຍການສົ່ງອອກເຂົ້າ ໃຫ້ໄດ້ຫລາຍກວ່າ 3 ລ້ານໂຕນ ໃນໄລຍະຫົກເດືອນຕົ້ນປີ 2016 ນີ້ ຊຶ່ງເພີ່ມຂຶ້ນ 12% ຈາກປີກາຍ ເນື່ອງຈາກຄວາມຕ້ອງການເຂົ້າທີ່ເພີ່ມຂຶ້ນສູງ ທັງຈາກປະເທດຈີນ ແລະ ບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ ໃນຂະນະທີ່ຫວຽດນາມ ກຳລັງປະສົບກັບສະພາວະໄພແຫ້ງແລ້ງ ຄັ້ງຮຸນແຮງທີ່ສຸດໃນຮອບ 90 ປີ ຢູ່ເຂດທົ່ງພຽງປາກແມ່ນ້ຳຂອງ ອັນເນື່ອງຈາກສະພາບການປ່ຽນແປງ ຂອງພູມອາກາດ ແລະ ປະກົດການເອນນີໂຢ ທີ່ນຳເອົາຄວາມຮ້ອນ ແລະ ຄວາມແຫ້ງແລ້ງ ມາສູ່ພາກພື້ນອາຊີຕາເວັນອອກສຽງໃຕ້.

ແນວໃດກໍຕາມ ສະພາບຄວາມແຫ້ງແລ້ງດັ່ງກ່າວນີ້ ໄດ້ເຮັດໃຫ້ບັນດາປະເທດຕ່າງໆໃນພາກພື້ນ ເພີ່ມການຊື້ເຂົ້າຂຶ້ນ ໂດຍສະເພາະໃນໄຕມາດທຳອິດຂອງປີນີ້ (ເດືອນມັງກອນ-ເດືອນມີນາ 2016) ຫວຽດນາມ ຊຶ່ງເປັນປະເທດຜູ້ສົ່ງອອກເຂົ້າ ລາຍໃຫຍ່ທີ່ສຸດອັນດັບ 3 ຂອງໂລກ ຮອງຈາກອິນເດຍ ແລະ ໄທ ໄດ້ສົ່ງອອກເຂົ້າໄປຕ່າງປະເທດແລ້ວທັງໝົດ 1.55 ລ້ານໂຕນ ເພີ່ມຂຶ້ນ 38% ເມື່ອທຽບກັບປີກາຍນີ້.