Homeຂ່າວຕ່າງປະເທດໂລກສະເທືອນ! ແຜ່ນດິນໄຫວຮຸນແຮງ 7.8 ຢູ່ເອກົວດໍ ເສຍຊີວິດຢ່າງໜ້ອຍ 270 ກວ່າຄົນແລ້ວ!

ໂລກສະເທືອນ! ແຜ່ນດິນໄຫວຮຸນແຮງ 7.8 ຢູ່ເອກົວດໍ ເສຍຊີວິດຢ່າງໜ້ອຍ 270 ກວ່າຄົນແລ້ວ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ເມສານີ້ວ່າ ເກີດເຫດແຜ່ນດິນໄຫວຮຸນແຮງ ຂະໜາດ 7.8 ຣິກເຕີ ຢູ່ເຂດພື້ນທີ່ຊາຍຝັ່ງແຄມມະຫາສະໝຸດປາຊີຟິກ ທາງພາກກາງຂອງປະເທດເອກົວດໍ ປະເທດໃນແຖບທະວີບອາເມຣິກາໃຕ້ ໃນຕອນຄ່ຳຂອງວັນທີ 16 ເມສາ ຕາມເວລາໃນທ້ອງຖິ່ນ ຊຶ່ງກົງກັບຕອນເຊົ້າຂອງວັນທີ 17 ເມສາ ຕາມເວລາໃນປະເທດລາວ ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຢ່າງໜັກໜ່ວງ ລວມຍອດຫລ້າສຸດ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 272 ຄົນ ແລະ ບາດເຈັບກວ່າ 2,527 ຄົນ.

ດ້ານທາງການເອກົວດໍ ໄດ້ລະດົມກຳລັງທະຫານກວ່າ 10,000 ຄົນ ແລະ ຕຳຫລວດອີກ 3,500 ຄົນ ເລັ່ງເຂົ້າກູ້ໄພ ຄາດອາດມີຜູ້ເສຍຊີວິດເພີ່ມສູງຂຶ້ນອີກ ໂດຍບັນດາປະເທດເພື່ອນບ້ານເຊັ່ນ ເວເນຊູເອລາ, ແມັກຊິກ ແລະ ໂກລົມບີ ໄດ້ສົ່ງຄວາມຊ່ວຍເຫລືອເບື້ອງຕົ້ນ ເຂົ້າໄປຍັງພື້ນທີ່ປະສົບໄພແລ້ວ.

NjpUs24nCQKx5e1EaKz1o1FJQWn5rKPca195QDX0kT0 NjpUs24nCQKx5e1EaKz1o1FJQWn5rKWXJmEHhL5rg1A NjpUs24nCQKx5e1EaKz1o1FJQWn5rKXYs2B3KoD24PD

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...