Homeຂ່າວຕ່າງປະເທດຍອດຜູ້ເສຍຊີວິດຈາກແຜ່ນດິນໄຫວໃນຍີ່ປຸ່ນ ເພີ່ມຂຶ້ນເປັນ 41 ສົບ

ຍອດຜູ້ເສຍຊີວິດຈາກແຜ່ນດິນໄຫວໃນຍີ່ປຸ່ນ ເພີ່ມຂຶ້ນເປັນ 41 ສົບ

Published on

ສຳນັກຂ່າວຕ່າງປະເທດ ລາຍງານຄວາມຄືບໜ້າ ເຫດການແຜ່ນດິນໄຫວ ຄັ້ງໃຫຍ່ທີ່ ເມືອງ ຄຶມະໂມໂຕະ, ເກາະຄິວຊູ ປະເທດຍີ່ປຸ່ນ.

Local residents wrap themselves in blankets as they sit on the road in front of the town office building after an earthquake in Mashiki town, Kumamoto prefecture, southern Japan, in this photo taken by Kyodo April 15, 2016. Mandatory credit REUTERS/Kyodo  ATTENTION EDITORS - FOR EDITORIAL USE ONLY. NOT FOR SALE FOR MARKETING OR ADVERTISING CAMPAIGNS. THIS IMAGE HAS BEEN SUPPLIED BY A THIRD PARTY. IT IS DISTRIBUTED, EXACTLY AS RECEIVED BY REUTERS, AS A SERVICE TO CLIENTS. MANDATORY CREDIT. JAPAN OUT. NO COMMERCIAL OR EDITORIAL SALES IN JAPAN.

ປັດຈຸບັນ ຍອດຜູ້ເສຍຊີວິດເພີ່ມເປັນ 41ຄົນ, ບາດເຈັບຫຼາຍກວ່າ 1,000ຄົນ ເຊິ່ງໃນນັ້ນມີຜູ້ບາດເຈັບສາຫັດ 184ຄົນ ແລະ ຍັງມີຜູ້ຕິດຢູ່ກ້ອງຊາກຕຶກເປັນຈຳນວນຫຼາຍ. ຊາວບ້ານກວ່າ 90ພັນຄົນ ຕ້ອງອົບພະຍົບອອກຈາກບ້ານເຮືອນ, ອາຄານຕ່າງໆເປ່ເພເສຍຫາຍໄປກວ່າ 1,700ຫຼັງ ແລະ ເສຍຫາຍເລັກນ້ອຍ 1,400ຫຼັງ ພາລະກິດການກູ້ໄພເປັນໄປຢ່າງຊັກຊ້າ ເນື່ອງຈາກດິນເຈື່ອນລົງມາປິດເສັ້ນທາງ ແລະ ຂົວ, ເຖິງຈະປະຕິບັດໜ້າທີ່ຍາກລຳບາກພຽງໃດ ເຈົ້າໜ້າທີ່ກໍ່ຍັງຮີບຟ້າວເຂົ້າຊ່ວຍເຫຼືອປະຊາຊົນຢ່າງເຕັມທີ່ ແລະ ນີ້ແມ່ນຄໍາເວົ້າບາງຕອນ ຂອງຜູ້ປະສົບໄພ :

– ພວກເຮົາຈະບໍ່ແຕກຕື່ນ

– ພວກເຮົາຕ້ອງຍຶດຖືຄວາມປອດໄພເປັນຫລັກ

– ຕ້ອງຍື່ນມືຊ່ວຍເຫລືອ ເຊິ່ງກັນແລະກັນ

– ຕ້ອງຊ່ວຍເຫລືອຄົນທີ່ຈໍາເປັນທີ່ສຸດກ່ອນ

– ເຊືອໝັ້ນສະເຫມີວ່າ ໝົດທຸກຄົນຈະບໍ່ຖີ້ມກັນ ແລະ ການຊ່ວຍເຫລືອກຳລັງຈະມາຮອດໄວໆນີ້

ໄພພິບັດແຜ່ນດິນໄຫວຢູ່ ຄຶມະໂມໂຕະ ຄັ້ງນີ້ເປັນອີກຄັ້ງທີ່ຮຸນແຮງໃນປະຫວັດສາດຍີ່ປຸ່ນ ແລະ ເປັນແຜນດິນໄຫວທີ່ຍັງສືບຕໍ່ເປັນໄລຍະເວລາ 2-3 ມື້.

ທາງທີມງານລາວໂພສຕ໌ຂໍສະແດງຄວາມເສຍໃຈມາຍັງຜູ້ປະສົບໄພໃນເຫດການຄັ້ງນີ້ດ້ວຍ!

Rescue workers use a stretcher to carry a woman who was rescued from a collapsed house in Mashiki town, Kumamoto prefecture, southern Japan, in this photo taken by Kyodo April 15, 2016. Mandatory credit REUTERS/Kyodo  ATTENTION EDITORS - FOR EDITORIAL USE ONLY. NOT FOR SALE FOR MARKETING OR ADVERTISING CAMPAIGNS. MANDATORY CREDIT. JAPAN OUT. NO COMMERCIAL OR EDITORIAL SALES IN JAPAN. THIS IMAGE WAS PROCESSED BY REUTERS TO ENHANCE QUALITY, AN UNPROCESSED VERSION WILL BE PROVIDED SEPARATELY.          TPX IMAGES OF THE DAY

ບົດຄວາມຫຼ້າສຸດ

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ແຫ່ງ...

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...