spot_img
Homeຂ່າວຕ່າງປະເທດຫວຽດນາມກຽມຂຶ້ນຄ່າໄຟຟ້າເກືອບ 14%

ຫວຽດນາມກຽມຂຶ້ນຄ່າໄຟຟ້າເກືອບ 14%

Published on

ຫວຽດນາມປັບຄ່າໄຟຟ້າຂັ້ນຕ່ຳຂຶ້ນ 13,69% ນັບເປັນຄັ້ງທຳອິດນັບຕັ້ງແຕ່ປີ 2017 ຖືເປັນການເຄື່ອນໄຫວທີ່ຄາດວ່າການໄຟຟ້າຫວຽດນາມຈະຂຶ້ນຄ່າໄຟຟ້າ.

ວັນທີ 6 ກຸມພາ 2023 ສຳນັກຂ່າວຫວຽດນາມ ລາຍງານວ່າ: ອີງຕາມທ່ານ ເລ ມິນ ຄາຍ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ຕັດສິນໃຈວ່າ ປັບຂຶ້ນລາຄາໄຟຟ້າສະເລ່ຍຂັ້ນຕ່ຳເປັນ 13,69% ເທົ່າ 1.826,22 ດົ່ງ/ກິໂລວັດ/ຊົ່ວໂມງ ໂດຍບໍ່ຮວມກັບຄ່າພາສີ ສ່ວນລາຄາໄຟຟ້າຂາຍຍ່ອຍສະເລ່ຍສູງສຸດ ເພີ່ມຂຶ້ນ 28,2% ເປັນ 2.444,09 ດົ່ງ/ກິໂລວັດ/ຊົ່ວໂມງ.

ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມກ່າວວ່າ ໃນການປັບລາຄາຄັ້ງນີ້ ຍ້ອນການໄຟຟ້າໄດ້ຂາດທຶນ 31 ລ້ານລ້ານດົ່ງ ໃນປີ 2022.

ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ສສ ຫວຽດ​ນາມ ກໍໄດ້ກ່າວວ່າ ການປັບຂຶ້ນລາຄາໄຟຟ້າ ຄວນເປັນໄປຢ່າງສົມເຫດສົມຜົນ ແລະ ໃຫ້ສອດຄ່ອງກັບລາຍຮັບທີ່ແທ້ຈິງຂອງຫວຽດນາມ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...