spot_img
Homeຂ່າວພາຍ​ໃນສົມເດັດພະເທບ ເຈົ້າຍິງຂອງໄທ ຢ້ຽມຢາມລາວ

ສົມເດັດພະເທບ ເຈົ້າຍິງຂອງໄທ ຢ້ຽມຢາມລາວ

Published on

10982936_1460115414305208_1752295953943341961_o
ຂປລ. ວັນທີ 30 ມິຖຸນາ 2015 ນີ້ ສົມເດັດພະເທບ ພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ໄດ້ນຳພາຄະນະ ນັກຮຽນນາຍຮ້ອຍທະຫານ ເດີນທາງມາຢ້ຽມຢາມ ສປປ ລາວ ໂດຍໃນຕອນເຊົ້າໄດ້ເຄື່ອນໄຫວຢ້ຽມຊົມສະຖານທີ່ວັດທະນະທຳ ແລະ ປະຫວັດສາດ ຢູ່ນະຄອນຫລວງວຽງຈັນ ເຊັ່ນ: ວັດສີສະເກດ, ວັດທາດ ຫລວງ, ຫໍພິພິທະພັນກອງທັບປະຊາຊົນລາວ, ລັດວິສາຫະກິດໄຟຟ້າລາວ ເຊິ່ງໄດ້ຮັບຟັງການລາຍງານກ່ຽວ ກັບ ຕະຫລາດຫລັກຊັບ ແລະ ພະລັງງານໄຟຟ້າລາວ.
ຈາກນັ້ນ ສົມເດັດພະເທບ ໄດ້ເຂົ້າຢ້ຽມຄຳນັບທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ ເຊິ່ງໃນການພົບປະໄດ້ເຕັມໄປດ້ວຍບັນຍາກາດໄມຕີຈິດ ມິດຕະພາບ ອັນສະໜິດສະໜົມຮັກແພງ ຖານປະເທດບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງ ສອງປະເທດ ລາວ-ໄທ. ສ່ວນໃນຕອນທ່ຽງ ທ່ານ ສຈ.ດຣ. ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ປະທານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ໄດ້ເປັນເຈົ້າພາບ ຈັດງານລ້ຽງອາຫານທ່ຽງ ເພື່ອເປັນກຽດໃຫ້ແກ່ສົມເດັດພະເທບ ແລະ ຄະນະ.
ໃນຕອນບ່າຍ ວັນດຽວກັນ ສົມເດັດພະເທບ ໄດ້ເດີນທາງໄປຢ້ຽມຢາມແຂວງຫລວງພະບາງ ເຊິ່ງຖືກຕ້ອນຮັບໂດຍທ່ານ ດຣ. ຄຳແພງ ໄຊສົມແພງ ເຈົ້າແຂວງໆຫລວງພະບາງ ໂດຍຄະນະໄດ້ໄປນະມັດສະການພະບາງ ທີ່ຫໍພິພິທະພັນພະຣາຊະວັງຫລວງພະບາງ, ຢ້ຽມຊົມວັດຊຽງທອງ ແລະ ສະຖານທີ່ປະຫວັດສາດອີກຈຳ ນວນໜຶ່ງ. ສ່ວນໃນຕອງແລງ ທ່ານ ເຈົ້າແຂວງໆຫລວງພະບາງໄດ້ຈັດພິທີບ່າສີສູ່ຂວັນ ເພື່ອເປັນກຽດໃຫ້ແກ່ສົມເດັດພະເທບ ແລະ ຮ່ວມສຳມະນາໃນຫົວຂໍ້ ການພົວພັນ ລາວ-ໄທ. ສົມເດັດພະເທບ ພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແລະ ຄະນະ ໄດ້ເດີນທາງກັບຄືນປະເທດໃນຕອນຄ່ຳຂອງວັນດຽວກັນ.

10257739_1460115420971874_592541900994578347_o

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...