ສົກຮຽນປີນີ້ ມີນັກສຶກສາເສັງເຂົ້າ ມ.ຊ ຫລາຍກວ່າ 16 ພັນຄົນ!

DD

ຂປລ. ການ​ສອບ​ເສັງ​ເຂົ້າ ມະຫາວິທະຍາໄລແຫ່ງຊາດ ສົກ​ປີ 2015-2016 ໄດ້ເລີ່ມຂຶ້ນຢ່າງເປັນທາງການ ໃນວັນທີ 5-6 ສິງຫາ 2015 ນີ້, ໂດຍມີນັກ​ສຶກສາສະໝັກ ເຂົ້າສອບເສັງ ຕົວຈິງທັງໝົດ 16.909 ຄົນ, ໃນນັ້ນຄັດເລືອກເອົາ ຕາມ​ໂກ​ຕາ​ 3.000 ກວ່າຄົນ ການສອບເສັງໃນຄັ້ງນີ້ ​ ໄດ້ແບ່ງອອກເປັນ 20 ຈຸດສອບເສັງ. ສະ​ເພາະ​ຢູ່​ໃນ​ຂອບ​ເຂດ ມະຫາວິທະຍາໄລແຫ່ງຊາດ (ມຊ) ມີ 14 ຈຸດ​ສອບ​ເສັງ ​ແລະ ສອບ​ເສັງ​ຢູ່​ຈຸດ​ຂ້າງ​ນອກ​ມີ 6 ຈຸດສອບ​ເສັງ.

ທ່ານ ຮຈ.ດຣ.ຄຳຜົງ ນາມມະວົງມີໄຊ ຫົວໜ້າຫ້ອງການວິຊາການ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວ ໃນວັນທີ 5 ສິງຫາ 2015 ນີ້ ວ່າ: ເພື່ອຮັບປະກັນໃຫ້ການສອບເສັງ ຄັດເລືອກນັກສຶກສາເຂົ້າຮຽນ ຢູ່ມະຫາວິທະຍາໄລແຫ່ງຊາດ ໃນສົກປີ 2015-2016 ດຳເນີນໄປດ້ວຍ ຄວາມໂປ່ງໃສ ແລະ ຍຸຕິທຳ ນອກຈາກ​ນີ້ ທາງຄະນະຮັບຜິດຊອບ ໄດ້ປັບປຸງລະບຽບ, ວິທີການ ແລະ ກົນໄກການສອບເສັງ ຄັດເລືອກທີ່ເໝາະສົມ, ໂດຍເລີ່ມຈາກການກຳນົດເອົາ ຄູ-ອາຈານ ຜູ້ທີ່ມີປະສົບການ ດ້ານການສຶກສາ, ຄົ້ນຄວ້າໃນການອອກຫົວບົດ, ນຳໃຊ້ໂປຣແກມເຂົ້າໃນ ການກວດບົດສອບເສັງ, ທັງແຕ່ງຕັ້ງຄະນະກຳມະການ ສະເພາະກິດເຂົ້າໃນການເຝົ້າ ຫ້ອງສອບເສັງ ແລະ ດຳເນີນການສອບເສັງ ໄປດ້ວຍຄວາມເຂັ້ມງວດ ຕາມລະບຽບຫລັກການ.

ທ່ານ​ ກ່າວ​ຕື່ມ​​ວ່າ: ໃນບັ້ນສອບເສັງຄັ້ງນີ້ ໄດ້ຢືນຢັນເຖິງການຈັດຕັ້ງປະຕິບັດ ວຽກງານກວດກາຂໍ້ສອບ, ໂດຍຈະຮັບປະກັນຄວາມໂປ່ງໃສ ແລະ ມີຄວາມຍຸຕິທຳ ໃຫ້ກັບນັກ ສອບເສັງທັງໝົດ ຖ້າຫາກພົບເຫັນກໍລະນີ ມີການລະເມີດຂໍ້ກຳນົດ ແລະ ລະບຽບການຕ່າງໆ ຈະໃຊ້ມາດຕະການຢ່າງເຂັ້ມງວດ ຕໍ່ຜູ້ກະທຳຜິດ, ສ່ວນຜົນຂອງການ ສອບເສັງດັ່ງກ່າວ ພາຍຫລັງຄະນະກຳມະການ ໄດ້ກວດກາຢ່າງລະອຽດ, ຕາມຂັ້ນຕອນແລ້ວ ຈະປະກາດຜົນການສອບເສັງໃຫ້ຮູ້ ພາຍໃນເດືອນກັນຍາ ທີ່ຈະມາເຖິງນີ້.

 

ຂອບໃຈຂ່າວຈາກ:

ຂປລ