Homeມຸມຂ່າວ AECລັດຖະມົນຕີປ້ອງກັນ ປະເທດອາຊຽນ+ ຫາລືການຊ່ວຍເຫລືອດ້ານມະນຸດສະທຳ

ລັດຖະມົນຕີປ້ອງກັນ ປະເທດອາຊຽນ+ ຫາລືການຊ່ວຍເຫລືອດ້ານມະນຸດສະທຳ

Published on

asean1

ຂປລ. ກອງ​ປະຊຸມ​ໜ່ວຍ​ງານ​ ຜູ້​ຊ່ຽວຊານ​ດ້ານ​ການ​ຊ່ວຍ​ເຫລືອ​ ມະນຸດສະທຳ ​ແລະ ບັນ​ເທົາ​ທຸກ​ໄພພິບັດ ​ໃນ​ຂອບ​ຂອງ​ກອງ​ປະຊຸມ​ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ ອາ​ຊຽນ+ ຄັ້ງທີ 6 ​ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ ໃນ​ວັນ​ທີ 5 ສິງຫາ 2015 ທີ່​ນະຄອນຫລວງ​ວຽງ​ຈັນ, ​ໂດຍ​ການ​ເປັນ​ປະທານ​ຮ່ວມ​ ຂອງ​ກອງທັບ​ ປະຊາຊົນ​ລາວ ​ແລະ ກຳລັງ​ປ້ອງ​ກັນ​ຕົວ​ຍີ່ປຸ່ນ ​ເຊິ່ງນຳ​ໂດຍ ທ່ານ​ ພັນ​ໂທ ​ໄພ​ວັນ ຈັນທະ​ພົມມາ ຮອງ​ຫົວໜ້າ​ກົມ​ ພົວພັນ​ຕ່າງປະ​ເທດ, ຫົວໜ້າ​ກອງ​ເລຂາ​ອາ​ຊຽນ ກະຊວງ​ປ້ອງ​ກັນ​ປະ​ເທດ ​ແຫ່ງ ສປປ ລາວ ​ແລະ ທ່ານ ​ເຄນ​ໂກະ ຊາ​ໂຕະ ຫົວໜ້າ​ຫ້ອງການ​ ນະ​ໂຍບາຍ​ສາກົນ ​ແລະ ປ້ອງ​ກັນຊາ​ດ ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ, ກອງ​ປະຊຸມ​ ຍັງ​ໄດ້​ຮັບ​ກຽດ​ຕ້ອນຮັບ ທ່ານ ພົນ​ຈັດຕະວາ ປະສິດ ທ່ຽງ​ທຳ ຮອງ​ຫົວໜ້າ​ກົມ​ໃຫຍ່​ ເສນາ​ທິການ​ກອງທັບ, ຫົວໜ້າ​ຄະນະ​ກຳມະການ​ ຄວບ​ຄຸມ​ໄພພິບັດ​ ຂອງ​ກອງທັບ​ປະຊາຊົນ​ລາວ, ມີຄະນະ​ຜູ້​ແທນ​ຈາກ 10 ​ປະ​ເທດ ​ສະມາຊິກ​ອາ​ຊຽນ ​ແລະ ອີກ 8 ປະ​ເທດ+  ຄື: ອົດ​ສະ​ຕຣາ​ລີ, ຈີນ, ອິນ​ເດຍ, ຍີ່ປຸ່ນ, ​ສ ເກົາຫລີ, ນິວຊີ​ແລນ, ຣັດ​ເຊຍ ​ແລະ ສະຫະລັດ​ອາ​ເມ​ຣິ​ກາ.

ການ ​ຈັດ​ກອງ​ປະຊຸມ​ຄັ້ງນີ້ ​ເພື່ອ​ຜັນ​ຂະຫຍາຍ​ ແຜນ​ງານ​ຮ່ວມ​ມື​ ຂອງ​ກອງທັບ​ປະຊາຊົນ​ລາວ ​ແລະ ກອງທັບ​ຍີ່ປຸ່ນ ​ເຊັ່ນ: ທົບ​ທວນ ​ແລະ ຕີ​ລາຄາ ກ່ຽວ​ກັບ​ການຈັດຕັ້ງ ປະຕິບັດ​ ກອງ​ປະຊຸມ​ໜ່ວຍ​ງານ​ຜູ້​ຊ່ຽວຊານ ​ດ້ານ​ການ​ຊ່ວຍ​ເຫລືອ ​ມະນຸດສະທຳ ​ແລະ ບັນ​ເທົາ​ທຸກ​ໄພພິບັດ ​ໃນ​ຂອບ​ຂອງ​ກອງ​ປະຊຸມ ​ລັດຖະມົນຕີ​ປ້ອງ​ກັນ ​ປະ​ເທດ​ອາຊຽນ+ ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ​ກວດ​ສອບ​ ບັນດາ​ນິຕິ​ກຳ​ກ່ຽວ​ກັບ ຫລັກການ​ພື້ນຖານ​​ ການ​ຮ່ວມ​ມື​​ຊ່ວຍ​ເຫລືອ​ ມະນຸດສະທຳ ​ແລະ ບັນ​ເທົາ​ທຸກ​ໄພພິບັດ; ການ​ວາງ​ແຜນ​ຝຶກ​ຊ້ອມ​ເທິງ​ແຜ່ນ​ທີ່-​ແຜ່ນ​ຮ່າງ ​ແລະ ການ​ຝຶກ​ຊ້ອມ​ພາກ​ສະໜາມ ​ໃນ​ການ​ຊ່ວຍ​ເຫລືອ​ ມະນຸດ​ສະ​ທຳ ​ແລະ ບັນ​ເທົາ​ທຸກ​ໄພພິບັດ ​ແລະ ຜ່ານ​ແຜນ​ງານ​ ການ​ຮ່ວມ​ມື​ຊ່ວຍ​ເຫລືອ​ມະນຸດ​ສະ​ທຳ ​ແລະ ບັນ​ເທົາ​ທຸກ​ໄພພິບັດ ຂອງ​ກອງທັບ​ລາວ ​ແລະ ກອງທັບຍີ່ປຸ່ນ ​ໃນ​ປີ 2015-2016.

ໃນ ​ກອງ​ປະຊຸມ ​ຍັງ​ໄດ້​ຄົນຄວ້າ, ປຶກສາ​ຫາລື​ກ່ຽວ​ກັບ ​ແຜນການ​ຝຶກ​ຊ້ອມ​ເທິງ ​ແຜນ​ທີ່-​ແຜນ​ຮ່າງ ​ແລະ ການ​ຝຶກ​ຊ້ອມ​ ພາກ​ສະໜາມ​ຕົວ​ຈິງ ​ໃນ​ການ​ຊ່ວຍ​ເຫລືອ​ມະນຸດສະທຳ ​ແລະ ບັນ​ເທົາ​ທຸກ​ໄພພິບັດ ​ເຊິ່ງຄາດ​ວ່າ​ຈະ​ມີກອງທັບ 4 ຝ່າຍ ຄື: ລາວ, ຍີ່ປຸ່ນ, ​ໄທ ​ແລະ ຣັດ​ເຊຍ ​ເຂົ້າຮ່ວມ​ເປັນ​ເຈົ້າພາບ​ ຈັດຢູ່​ແຂວງ​ຊົນ​ບູລີ ປະ​ເທດ​ໄທ ​ໃນ​ເດືອນ​ກັນຍາ 2016, ຜູ້​ເຂົ້າຮ່ວມ​ກອງ​ປະຊຸມ​ ຈະ​ໄດ້​ສຶກສາ​ບັນດາ​ຂໍ້​ສົມ​ມຸດ​ຖານ ຫລື ​ເຫດການ​ຈຳລອງ​ຕ່າງໆ​ ກ່ຽວ​ກັບ​ບັນຫາ​ ໄພພິບັດ​ທີ່​ເກີດ​ຂຶ້ນ ຢູ່​ໃນ​ພາກ​ພື້ນ​ອາ​ຊຽນ ຈາກ​ນັ້ນ ຈະ​ໄດ້​ປຶກສາ​ຫາລື ​ແລະ ຄົ້ນຄວ້າ​ມາດ​ຕະການ​ ທີ່​ສາມາດ​ຊົມ​ໃຊ້​ເຂົ້າ​ໃນ​ການ​ປະຕິບັດ ​ການ​ຊ່ວຍ​ເຫລືອ​ດ້ານ​ ມະນຸດສະທຳ ​ແລະ ບັນ​ເທົາ​ທຸກ​ໄພພິບັດ, ​ໂດຍ​ສະເພາະ​ ແມ່ນ​ແຜນ​ຝຶກ​ຊ້ອມ​ ພາກ​ສະໜາມ ທີ່​ຈະ​ຈັດ​ຂຶ້ນ​ທີ່​ປະ​ເທດ​ໄທ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...