spot_img
Homeຄວາມງາມສູດຫມັກຜົມງາມ (ສູດນີ້ໄດ້ດີຜົນແທ້)

ສູດຫມັກຜົມງາມ (ສູດນີ້ໄດ້ດີຜົນແທ້)

Published on

ແອັດມິນ ມີປະສົບການຕົວຈິງໃນການໃຊ້ສູດໝັກຜົມງາມ ດ້ວຍເບຍ ມາເລົາ ແລະ ແນະນຳໃຫ້ທຸກຄົນລອງເຮັດເບິ່ງ ຮັບຮອງວ່າໄດ້ຜົນແທ້

ເລື່ອງມີຢູ່ວ່າ: ຕອນແອັດຮຽນຢູ່ຊັ້ນ ມ 5, ໄດ້ໄປອາໃສຢູ່ກັບປ້າທີ່ເປີດຮ້ານປິ້ງເປັດ ແຖວຫຼັກ 14 ທ່າເດືອແລະ ແຕ່ລະມື້ມີເບຍທີ່ແຂກດື່ມເຫຼືອເປັນຈຳນວນຫຼາຍ ເບື້ອງຕົ້ນແອັດກໍ່ຄິດຕາມພາສາຂອງແອັດວ່າ ຂະໜາດນ້ຳເຂົ້າມວກຍັງສະຜົມງາມ ແລ້ວເບຍທີ່ເຮັດມາຈາກເຂົ້າ ບຣາເຣຊັ້ນດີ ຄືສິນຳມາສະຜົມໄດ້ ແລ້ວແອັດກໍ່ຕັດສິນໃຈລອງນຳເບຍມາສະຜົມ

ໃນຄັ້ງທຳອິດທີ່ສະຜົມກໍ່ສຳພັດໄດ້ເລີຍວ່າຜົມນຸ້ມຂຶ້ນເລັກໜ້ອຍ ແລະ ຜົມກໍ່ມຶ່ນຂຶ້ນຫວີງ່າຍກວ່າເມື່ອກ່ອນ ແລະ ແອັດກ່ອນເລີ່ມໃຊ້ເບຍສະຫົວເປັນປະຈຳ ສະຫົວອາທິດລະ 2-3 ເທື່ອຕາມປົກກະຕິ ຜ່ານໄປ 2 ອາທິດ ທຸກຄົນແປກໃຈ ເພື່ນໃນໂຮງຮຽນກໍ່ແປກໃຈ ຕ່າງກໍ່ເວົ້າວ່າຜົມແອັດນີ້ງາມຂຶ້ນທຸກມື້ ເພາະຕອມນັ້ນຜົມແອັດທັງດົກດຳ, ບໍ່ແຕກປາຍ, ຜົມໝື່ນ, ຜົມມີນ້ຳໜັກມີວໍລູມດຶ໊ງໆ ເຖິງຈະລົມພັດພົມປິວກະຈາຍ ໃຊ້ພຽງມືສາງໆກໍ່ກັບເຂົ້າຊົງງາມປານໃຊ້ຫວີ ທີ່ສຳຄັນບໍ່ມັກຄັນໜັງຫົວ ແລະ ຜົມກໍ່ບໍ່ລົ່ນງ່າຍອີກດ້ວຍ ຕ້ອນນັ້ນແອັດຮູ້ສຶກພໍໃຈຫຼາຍກັບຜົນລັບທີ່ໄດ້ຮັບເລີຍຢາກມາແບ່ງປັນສິ່ງດີໆໃຫ້ເພື່ອນໆໄດ້ໄປລອງເຮັດເບິ່ງ ແລະ ກໍ່ໃຊ້ສູດນີ້ສະຜົນຈົນຈົບ ມໍ 6 ກ່ອນຈະເຂົ້າຮຽນວິຊາຊີບຕໍ່ ແລະ ກໍ່ຢ້າຍກັບມາຢູ່ກັບຄອບຄົວຂອງຕົນ ແລະ ຕອນນີ້ກໍ່ບໍ່ໄດ້ໃຊ້ສູດນັ້ນສະຜົນແລ້ວ ເພາະດື່ມເບຍບໍ່ເຄີຍເລືອໄວ້ສະຜົມອີກເລີຍ 555

ເລົ່າເລື່ອງຈົບແລ້ວກໍ່ມາບອກສູດກັນດີກວ່າ:

ສຳລັບຄົນທີ່ຜົມຍາວດົກໜາວ ອາດຈະຕ້ອງໃຊ້ເບຍເກືອບ 1 ແກ້ວ, ສ່ວນຄົນມີຜົມທຳມະດາກໍ່ໃຊ້ພຽງເຄິ່ງແກ້ວກໍ່ພໍ!

  1. ກ່ອນອື່ນໃຫ້ລ້າງຜົມດ້ວຍນ້ຳສະອາດກ່ອນ
  2. ນຳນ້ຳເບຍມາໝັກຜົມເປັນເວລາ 10-15 ນາທີ ໃນເວລາໝັກຜົມໃຫ້ນວດຜົມເບົາໆ
  3. ເມື່ອຄົບເວລາໝັກຜົມຕາມທີ່ກຳນົດກໍ່ໃຫ້ລ້າງນ້ຳສະອາດອອກໃຫ້ໝົດ
  4. ຈາກນັ້ນກໍ່ໃຊ້ຢາສະຜົມທີ່ທ່ານໃຊ້ເປັນປະຈຳສະຜົມຕາມປົກກະຕິ

ພຽງງ່າຍໆເທົ່ານີ້ທ່ານກໍ່ຈະມີຜົມງາມມີນ້ຳໜັກ, ຜົມບໍ່ແຫ້ງ, ບໍ່ແຕກປາຍ ແລະ ຜົມບໍ່ລົ່ນ ຄືເຂົາໂຄສະນາໃນໂທລະພາບແລ້ວ! ລອງເຮັດເບິ່ງເດີ້

ໃຊ້ດີຈິ່ງບອກຕໍ່ມື້ນີ້ກໍ່ຝາກ ສູດໝັກຜົມເບຍ ນີ້ໄວ້ ແຕ່ເທື່ອໜ້າຈະມີຫຍັງມາແຊຣປະສົບການໃຫ້ຮູ້ອີກຕ້ອງຄິດຕາມກັນຕໍ່ໄປ

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...