spot_img
Homeຂ່າວພາຍ​ໃນສຸນິສາ ສາວມົ້ງເຊື້ອສາຍລາວສ້າງຊື່ສຽງໃຫ້ ສຫລ ໃນການແຂ່ງຂັນໂອລິມປີກໂຕກຽວ

ສຸນິສາ ສາວມົ້ງເຊື້ອສາຍລາວສ້າງຊື່ສຽງໃຫ້ ສຫລ ໃນການແຂ່ງຂັນໂອລິມປີກໂຕກຽວ

Published on

CNN ລາຍງານ: ນາງ ສຸນິສາ ລີ, ອາຍຸ 18 ປີ, ລູກສາວຊາວເຜົ່າມົ້ງທີ່ອົບພະຍົບຈາກລາວໄປຢູ່ອາເມລິກາເມື່ອຫຼາຍປີກ່ອນ ໄດ້ສ້າງຊື່ສຽງໃຫ້ສະຫະລັດອາເມລິກາ ໃນງານມະຫາກຳກີລາໂອລິມປິກ 2020 ທີ່ໂຕກຽວ ດ້ວຍການຄວ້າຫຼຽນຄຳຈາກການແຂ່ງຂັນກີລາກາຍະກໍາ ຫຼື Gymnastics ດີເດັ່ນມາຄອງ.

ນັກກາຍະກຳສາວຄົນນີ້ ມີຄວາມສາມາດໃນການແຂ່ງຂັນໂດດຫ້ອຍໂຫນຮາວທີ່ຍາກທີ່ສຸດໂດຍເຮັດຄະແນນ ໄດ້ 6.8 ຖືເປັນຄະແນນສູງທີ່ສຸດໃນໂລກ ຈົນສາມາດຄວ້າແຊ້ມລາຍການຍິງດີເດັ່ນທີ່ໂຕກຽວ ໃນວັນທີ 29 ກໍລະກົດຜ່ານມາ ນຳໜ້າທີມຊາດບຣາຊີນ ອັນດັບທີສອງ ແລະ ຄະນະກຳມະການໂອລິມປິກຣັດເຊຍ (ROC) ອັນດັບສາມ.

“ຂ້ອຍຄິດບໍ່ເຖິງເລີຍວ່າ ຕົນຈະມາຮອດຈຸດນີ້ໄດ້ ເພາະສອງປີຜ່ານມາຂ້ອຍຄິດໜັກພໍສົມຄວນກັບເລື່ອງພະຍາດໂຄວິດ-19 ລວມທັງເລື່ອງຄອບຄົວ ນັບແຕ່ພໍ່ເກີດອຸບັດເຫດຈົນເປັນອຳມະພາດເມື່ອສອງປີກ່ອນ ພ້ອມນັ້ນ ປ້າ ແລະ ລຸງກໍມາຈາກໄປອີກຍ້ອນພະຍາດໂຄວິດ, ຫຼຽນຄຳຫຼຽນນີ້ມີຄວາມໝາຍພິເສດໃນຊີວິດຂອງຂ້ອຍ ເພາະມັນໄດ້ຢໍ້າເຕືອນເຖິງຊ່ວງເວລາທີ່ຂ້ອຍເຄີຍຄິດຈະລາອອກຈາກການເປັນນັກກີລາກາຍະກຳ” ນາງ ສຸນິສາ ລີ ກ່າວ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...