ສື່ຕ່າງປະເທດວິເຄາະ ອຸບັດເຫດລົດປະຈຳຕຳແໜ່ງປູຕິນ ເປັນແຜນລອບສັງຫານ ໂດຍສາຍລັບຕ່າງຊາດ! (ເບິ່ງຄລິບ)

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ກັນຍານີ້ວ່າ ເວັບໄຊຂ່າວ Millennium Report ໄດ້ເຜີຍແຜ່ບົດຄວາມ ວິເຄາະເຫດການທີ່ ລົດປະຈຳຕຳແໜ່ງຂອງ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ຖືກລົດເບັ້ນຄັນໜຶ່ງເສຍຫລັກ ແລ່ນອອກເລນເຂົ້າມາຕຳແບບປະສານງາໂດຍກົງ ເທິງຖະໜົນໃຈກາງນະຄອນຫລວງມົດສະກູ ສົ່ງຜົນເຮັດໃຫ້ຄົນຂັບລົດປະຈຳຕຳແໜ່ງ ຂອງຜູ້ນຳຣັດເຊຍຄັນດັ່ງກ່າວ ເສຍຊີວິດຄາທີ່ ໂດຍແຫລ່ງຂ່າວໄດ້ລະບຸວ່າ ຜູ້ເສຍຊີວິດເປັນບຸກຄົນທີ່ທ່ານ ປູຕິນ ຮັກແພງຢ່າງໃກ້ຊິດ ແລະ ເປັນຜູ້ທີ່ມີປະສົບການ ໃນການຂັບລົດປະຈຳຕຳແໜ່ງດົນກວ່າ 40 ປີ.

ແນວໃດກໍຕາມ, ເຖິງແມ່ນທ່ານ ປູຕິນ ຈະບໍ່ໄດ້ນັ່ງຢູ່ໃນລົດຄັນດັ່ງກ່າວ ໃນເວລາປະສົບອຸບັດເຫດ ແຕ່ Millennium Report ໄດ້ອອກມາຕັ້ງຂໍ້ສັງເກດວ່າ ອຸບັດເຫດຄັ້ງນີ້ ແທ້ຈິງແລ້ວເປັນແຜນລອບສັງຫານ ທີ່ດຳເນີນການໂດຍສາຍລັບ ຫລື ນັກສືບສອດແນມຕ່າງປະເທດ ເນື່ອງຈາກການແລ່ນເຂົ້າມາຕຳຢ່າງຮຸນແຮງຂະໜາດນີ້ ແມ່ນມີເຈຕະນາສົ່ງສານ ເພື່ອຂົ່ມຂູ່ເອົາຊີວິດຂອງທ່ານ ປູຕິນ.

https://www.youtube.com/watch?v=FIyN4QS6NQ8

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!