Homeປ່ອງຢ້ຽມດວງດາວນາຊາສົ່ງຍານສຳຫຼວດດາວເຄາະນ້ອຍ "ເບນນູ"

ນາຊາສົ່ງຍານສຳຫຼວດດາວເຄາະນ້ອຍ “ເບນນູ”

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ຄິສຊິມມີ ລັດຟໍຣິດາ ປະເທດສະຫະລັດອາເມລິກາ ເມື່ອວັນທີ 8 ກັນຍານີ້ ວ່າ ຈະຫຼວດ “ແອຕລາສ ໄຟ” ຂອງພັນທະມິດການສົ່ງຈະຫຼວດແຫ່ງສະຫະລັດ (ຢູແອລເອ) ທີ່ເປັນຄວາມຮ່ວມມືລະຫວ່າງບໍລິສັດລັອກຮີດ-ມາຣຕິນ ກັບບໍລິສັດໂບອິ້ງ ໄດ້ປ່ອຍຂຶ້ນຈາກຖານຈະຫຼວດຂອງຖານທັບອາກາດສະຫະລັດ ເທິງແຫຼມຄານາເວີຣັລ ແຄມຊາຍຝັ່ງລັດຟໍຣິດາ ທາງຕະເວັນຕົກສຽງໃຕ້ຂອງສະຫະລັດ ເມື່ອເວລາ 19.05 ໂມງ ຕາມເວລາທ້ອງຖິ່ນ ( 06.05 ໂມງ ວັນສຸກຕາມເວລາໃນປະເທດເຮົາ) ເພື່ອນຳສົ່ງຍານສຳຫຼວດ “ໂອຊີຣິສ-ເຣັກຊ໌” ( OSIRIS-REx ) ຂອງອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊາດຂອງສະຫະລັດ (ນາຊາ) ເພື່ອປະຕິບັດພາລະກິດໄລ່ຕາມດາວເຄາະນ້ອຍ “ເບນນູ” ແລະ ເກັບຕົວຢ່າງຈາກດາວມາສຶກສາຕໍ່ໄປ ເຊິ່ງອາ່ດຊ່ວຍໃຫ້ມະນຸດເຂົ້າໃຈການກໍ່ຕົວຂອງໂລກ ແລະ ການຖືກຳເນີດຂອງຊັບພະຍາກອນໃນໂລກຫຼາຍຂຶ້ນ

news_uybhecprrq082414_533

ນາຊາໄດ້ກຳນົດໃຫ້ຍານໂອຊີຣິສ – ເຣັກຊ໌ ເດີນທາງຕາມດາວເບນນູໃຫ້ທັນພາຍໃນເວລາ 2 ປີນັບຈາກນີ້ ຫຼື ພາຍໃນເດືອນ ສິງຫາ 2018 ໂດຍດາວເຄາະນ້ອຍດວງນີ້ເປັນໜຶ່ງໃນດາວເຄາະນ້ອຍຈາກປະມານ 500,000 ດວງ ທີ່ໂຄຈອນຢູ່ໃນລະບົບສຸລິຍະ ແຕ່ການທີ່ດາວດວງນີ້ໂຄຈອນຢູ່ໃກ້ໂລກຫຼາຍທີ່ສູດໃນວົງໂຄຈອນຂອງໂລກຮອບດວງອາທິດ ແລະ ມີສີດຳ ເຊິ່ງບົ່ງບອກວ່າພາຍໃຕ້ພື້ນຜິວດາວອຸດົມໄປດ້ວຍແຮ່ທາດໂດຍສະເພາະຄາຣ໌ບອນ ນາຊາຈິ່ງຕັດສິນໃຈເລືອກດາວເຄສະນ້ອຍດວງນີ້ ເປັນເປົ້າໝາຍຫຼ້າສຸດຂອງການຄົ້ນຄ້ວາວິໄຈ

ຍານໂຊິຣິສ-ເຣັກຊ໌ ມີນ້ຳໜັກ 1,500 ກິໂລກຣາມ ມູນຄ່າ 800 ລ້ານໂດລາ ເປັນໜຶ່ງໃນຍານສຳຫຼວດຂອງໂຄງການສຳຫຼວດດາວເຄາະນ້ອຍແບບເດີນທາງໄປກັບຂອງນາຊາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານສະຫະລັດ ແລະ ຄວາມຮ່ວມມືຈາກມະຫາວິທະຍາໄລແອຣິໂຊນາ ເຊິ່ງດາວເຄາະນ້ອຍເບນນູໄດ້ຮັບການຄົ້ນພົບເມື່ອປີ 1999 ມີຂະໜາດເສັ້ນສູນກາງປະມານ 500 ແມັດ ນ້ຳໜັກປະມານ 60 ລ້ານຕັນ ແລະ ເຄື່ອນທີ່ດ້ວຍຄວາມໄວ 100,000 ກິໂລແມັດຕໍ່ຊົ່ວໂມງ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...