Homeຊີວິດແລະຄວາມຮັກໜ້າທີ່ຂອງ “ລູກ” ທີ່ຕ້ອງປະຕິບັດຕໍ່ພໍ່ແມ່ 5 ປະການ

ໜ້າທີ່ຂອງ “ລູກ” ທີ່ຕ້ອງປະຕິບັດຕໍ່ພໍ່ແມ່ 5 ປະການ

Published on

ການຄິດເຫັນພະຄຸນພໍ່ ຄຸນແມ່ ເປັນສິ່ງທີ່ດີ ແຕ່ຈະໃຫ້ດີຍິ່ງຂຶ້ນ ເຮົາຕ້ອງປະຕິບັດແຕ່ສິ່ງດີໆໃຫ້ກັບເພິ່ນຈົນຊົ່ວຊີວິດ ໃນສິ່ງທີ່ລູກຄວນເຮັດ ໃນການປະພຶດປະຕິບັດຕໍ່ຜູ້ໃຫ້ກຳເນີດທັງສອງ. ໃນທາງພຸດທະສາດສະໜາ ໄດ້ສະແດງໜ້າທີ່ຂອງລູກທີ່ປະຕິບັດຕໍ່ພໍ່ກັບແມ່ 5 ປະການດັ່ງນີ້:

  1. ທ່ານລ້ຽງເຮົາມາແລ້ວ ເຮົາຕ້ອງລ້ຽງເພິ່ນຄືນ: ສຳລັບຂໍ້ນີ້ບໍ່ໄດ້ໝາຍຄວາມວ່າ ພໍ່ແມ່ລ້ຽງເຮົາມາ ກໍເພື່ອຫວັງໃຫ້ລ້ຽງຄືນພາຍຫຼັງ, ຄວາມຮູ້ສຶກນັ້ນອາດບໍ່ແນ່ນອນກັບພໍ່ແມ່ຢ່າງແທ້ຈິງ, ແຕ່ວ່າຖ້າເຮົາບໍ່ລ້ຽງເພິ່ນແລ້ວ ໃຜຊິລ້ຽງຄືກັບເຮົາເປັນເດັກນ້ອຍ ຖ້າເພິ່ນຫາກບໍ່ລ້ຽງເຮົາໃຜຊິລ້ຽງ ຖ້າປ່ອຍປະຖິ້ມເຮົາກໍອາດຈະບໍ່ມີຮອດຊີວິດຄືທຸກມື້ນີ້
  2. ເຮັດວຽກແທນເພິ່ນ: ວຽກຂອງເພິ່ນທີ່ໄດ້ເຮັດມາແລ້ວ ແລະຍັງຄົງດຳເນີນຢູ່ ຫຼືພາລະໃດກໍຕາມທີ່ເກີດຂຶ້ນ, ປັດຈຸບັນ ເປັນສິ່ງທີ່ລູກໆຄວນຈະຖາມສະແດງນໍ້າໃຈຊ່ວຍເພິ່ນແບ່ງເບົາພາລະ, ເພາະອາຍຸເພິ່ນກໍຫຼາຍແລ້ວ ຄົນອື່ນເຮັດກໍຄົງບໍ່ເຮັດໃຫ້ເພິ່ນສະບາຍໃຈໄດ້ເທົ່າກັບລູກຂອງເພິ່ນ
  3. ຮັກສາວົງຕະກຸນໃຫ້ຢູ່ ແລະບໍ່ເຮັດໃຫ້ເສື່ອມເສຍຊື່ສຽງ: ການໄດ້ເກີດລູກມາຄົນໜຶ່ງ ຢ່າງໜ້ອຍກໍຫວັງໃຫ້ໄດ້ສືບທອດວົງຕະກຸນ ບໍ່ໃຫ້ສັງຄົມຕ້ອງວິພາກວິຈານວ່າເຮົາເຮັດເສື່ອມເສຍ, ການທີ່ຈະໃຫ້ຕະກຸນຢູ່ໃນສັງຄົມໄດ້ ລູກຕ້ອງພົບຫາເພື່ອນຝູງທີ່ດີ ບໍ່ຊັກຊວນໄປໃນທາງທີ່ບໍ່ດີ, ໂດຍສະເພາະຕ້ອງເຮັດໜ້າທີ່ຂອງຕົນ ໃນເບື້ອງຕົ້ນເຊັ່ນ: ເຊື່ອຟັງຄຳສັ່ງສອນຂອງພໍ່ແມ່, ເຮັດໜ້າທີ່ຂອງຕົນໃຫ້ສົມບູນ ເຖິງແມ່ນວ່າຊິມີຄອບຄົວ ຫຼືມີວຽກງານທີ່ດີ ກໍຄວນປຶກສາກັບເພິ່ນ ເພື່ອໃຫ້ເປັນສາມີ ແລະພັນລະຍາທີ່ດີ
  4. ປະຕິບັດຕົນເປັນຄົນດີ ເປັນຜູ້ສົມຄວນຮັບມໍລະດົກ : ຊັບສົມບັດທີ່ທ່ານມີຢູ່ ສຸດທ້າຍກໍຕ້ອງມອບໃຫ້ລູກ ແຕ່ກ່ອນຈະເປັນຜູ້ທີ່ຮັບມໍລະດົກນັ້ນ ຕ້ອງເຮັດຕົນໃຫ້ສົມຄວນຮັບ ເພື່ອໃຫ້ທ່ານໄດ້ສະບາຍໃຈ ວ່າສົມບັດນີ້ຈະບໍ່ສູນຫາຍໄປເມື່ອມອບໃຫ້ ນັ້ນຄືຕ້ອງເປັນຄົນທີ່ຢູ່ໃນສິນ, ໃນທຳ ຢ່າງໜ້ອຍກໍຄືສິນ 5.
  5. ເມື່ອທ່ານລ່ວງລັບໄປແລ້ວກໍຄວນເຮັດບຸນໃຫ້ທານກັບເພິ່ນ: ເປັນໜ້າທີ່ຂອງລູກໂດຍກົງ ທີ່ຈະຕ້ອງເຮັດບຸນອຸທິດສ່ວນບຸນກຸສົນໃຫ້ເພິ່ນ ເພາະນອກຈາກຈະໄດ້ເຮັດບຸນ ອຸທິດສ່ວນກຸສົນແລ້ວ ຍັງໄດ້ຮູ້ຈັກບໍລິຈາກທານ, ເຂົ້າວັດທຳບຸນຕັກບາດ ນີ້ຄືສິ່ງທີ່ບໍ່ໃຫ້ເຮົາເສື່ອມເສຍ ເຖິງທ່ານຈະລ່ວງລັບໄປແລ້ວ

ທີ່ມາ: oknation
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...