ສື່ຍີ່ປຸ່ນເຜີຍ ໂຕໂຍຕ້າ ກຳລັງສ້າງລົດໄຟຟ້າລຸ້ນໃໝ່ ສາກໄວ້ໄວ ແລະ ແລ່ນໄດ້ໄກຂຶ້ນ ຄາດວາງຂາຍ 2020

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ກໍລະກົດນີ້ວ່າ ໜັງສືພິມຊຸນອິຊິ ຊິມບຸນຂອງຍີ່ປຸ່ນ ໄດ້ລາຍງານ ບໍລິສັດ ໂຕໂຍໂຕ້າ ມໍເຕີ້ ກຳລັງສ້າງລົດພະລັງງານໄຟຟ້າ ຊຶ່ງຂັບເຄື່ອນດ້ວຍໝໍ້ໄຟແບບໃໝ່ Solid-State ຊຶ່ງຈະຊ່ວຍເຮັດໃຫ້ລົດຂັບໄດ້ໃນໄລຍະທາງໄກຂຶ້ນ ແລະ ໃຊ້ເວລາສາກໝໍ້ໄຟ ໃນເວລາບໍ່ພໍເທົ່າໃດນາທີ ວາງເປົ້າອອກຈຳໜ່າຍໃນປີ 2022.  ທັງນີ້, ໝໍ້ໄຟລົດລຸ້ນທີ່ນຳໃຊ້ໃນປັດຈຸບັນ ເປັນແບບ lithium-ion ຊຶ່ງຕ້ອງໃຊ້ເວລາໃນການສາກດົນ ປະມານ 20-30 ນາທີ ເຖິງແມ່ນວ່າຈະເປັນການສາກແບບເລັ່ງດ່ວນກໍຕາມ ພ້ອມທັງມີໄລຍະເວລາໃນການຂັບເຄື່ອນລົດ ໄປໄດ້ໄກຢູ່ທີ 300-400 ກິໂລແມັດ.

ແນວໃດກໍຕາມ, ໝໍ້ໄຟແບບ Solid-state ນັ້ນ ໃຊ້ເອເລັກໂຕຣໄລຕ໌ແບບແຂງ ແທນການໃຊ້ທາດແຫລວ ຈຶ່ງເຮັດໃຫ້ມີຄວາມປອດໄພຫລາຍຂຶ້ນກວ່າໝໍ້ໄພແບບເກົ່າ, ສ່ວນໄລຍະເວລາໃນການສາກ ແລະ ໄລຍະທາງໃນການຂັບເຄື່ອນທີ່ແທ້ຈິງນັ້ນ ຍັງຄົງບໍ່ທັນມີການເປີດເຜີຍ.