spot_img
Homeຂ່າວພາຍ​ໃນໄຊຍະບູລີກຽມຖອດລົດປະຈຳຕຳແໜ່ງຜູ່ທີ່ມີຫຼາຍກວ່າ 1 ຄັນ

ໄຊຍະບູລີກຽມຖອດລົດປະຈຳຕຳແໜ່ງຜູ່ທີ່ມີຫຼາຍກວ່າ 1 ຄັນ

Published on

ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກເລຂາພັກ ເຈົ້າແຂວງ ໄຊຍະບູລີ ໄດ້ເປີດເຜີຍໃນກອງປະຊຸມສະໄໝທີ 3 ຂອງສະພາປະຊາຊົນຂັ້ນແຂວງຊຸດທີ I ທີ່ຫາກໍ່ສຳເລັດລົງວ່າງບໍ່ດົນມານີ້ວ່າ: ໂດຍສືບຕໍ່ຜັນຂະຫຍາຍນະໂຍບາຍຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 09/ນຍ, ລົງວັນທີ 19 ພຶດສະພາ 2017 ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ ໂດຍກຽມຮ່າງນິຕິກຳຂອງແຂວງຕາມເນື້ອໃນຄຳສັ່ງ ໂດຍຖອດລົດປະຈຳຕຳແໜ່ງຜູ່ທີ່ມີ 2 ຄັນ ໃຫ້ນຳໃຊ້ແຕ່ 1 ຄັນເທົ່ານັ້ນ ເນື່ອງຈາກອີກຄັນໜຶ່ງແມ່ນຈະເອົາໄປຕີລາຄາປະມູນຂາຍເອົາເງິນເຂົ້າລັດ.

ຂໍ້ຕົກລົງຂອງທ່ານເຈົ້າແຂງ ໄຊຍະບູລິ ສະບັບເລກທີ 1323/ຈຂຊຍ, ລົງວັນທີ 16 ກັນຍາ 2016 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການແກ້ໄຂບັນຫານຳເຈົ້າພາຫະນະບໍ່ຖືກຕ້ອງ-ນຳໃຊ້ບໍ່ຖືກເປົ້າໝາຍ ແລະ ລົດສ່ວນບຸຄົນຕິດທະບຽນປ້າຍລັດ. ປັດຈຸບັນພາຫະນະລົດໃຫຍ່ທີ່ເປັນຂອງລັດຕິດປ້າຍສີຟ້າມີທັງໝົດ 525 ຄັນ ໃນນີ້ເປັນຂອງພະແນກການອ້ອມຂ້າງແຂວງ 291 ຄັນ ແລະ ຢູ່ບັນດາເມືອງຂອງແຂວງມີ 234 ຄັນ, ສ່ວນການແກ້ໄຂລົດນຳເຂົ້າບໍ່ຖືກເປົ້າໝາຍມີ 870 ຄັນ ໄດ້ແຈ້ງເສຍພາສີ ແລະ ຂຶ້ນທະບຽນແລ້ວ 717 ຄັນ

ໃນນີ້ມີລົດຈັກ 87 ຄັນ ລົດໃຫຍ່ 630 ຄັນ ເປັນເງິນພາສີອາກອນທັງໝົດ 23.77 ຕື້ກີບ ແລະ ຍັງຄົງຄ້າງບໍ່ມາເສຍພາສີ 153 ຄັນ ຈະໄດ່ໃຫ້ສິບຕໍ່ມາເສຍພາສີໃນທ້າຍປີ 2017 ນີ້ໃຫ້ສຳເລັດ, ສຳລັບການຈັດຕັ້ງຄຳສັ່ງຂອງທ່ານນາ ຍົກລັດຖະມົນຕີ ສະບັບເລກທີ 09/ນຍ, ລົງວັນທີ 19 ພຶດສະພາ 2017 ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ ໂດຍໄດ້ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງກະກຽມຮ່າງນິຕິກຳຂອງແຂວງຕາມເນື້ອໃນຂອງຄຳສັ່ງ ມາຜັນຂະຫຍາຍ ແລະ ໄດ້ນຳເອົາລົດປະຈຳຕຳແໜ່ງຜູ່ທີ່ມີ 2 ຄັນ ໃຫ້ນຳໃຊ້ພຽງ 1 ຄັນ.

 

ແຫລ່ງຂ່າວ: ໜັງສືພິມເສດຖະກິດ-ການຄ້າ

 

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...