spot_img
Homeຂ່າວທ້ອງຖິ່ນສືບຕໍ່ປະຕິບັດມາດຕະການຜ່ອນຜັນ ເພື່ອຄວບຄຸມການລະບາດໂຄວິດ-19

ສືບຕໍ່ປະຕິບັດມາດຕະການຜ່ອນຜັນ ເພື່ອຄວບຄຸມການລະບາດໂຄວິດ-19

Published on

ຕາມແຈ້ງຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີສະບັບເລກທີ 806/ຫສນຍ ລົງວັນທີ 29 ກໍລະກົດ 2020 ແລະ ສະບັບເລກທີ 838/ຫສນຍ ລົງວັນທີ 07 ສິງຫາ 2020 ເຫັນດີໃຫ້ສືບຕໍ່ປະຕິບັດມາດຕະການຜ່ອນຜັນ,ການປ້ອງກັນ,ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂພະຍາດໂຄວິດ-19 ຄືກັນກັບບັນດາມາດຕະການທີ່ໄດ້ປະຕິບັດໃນເດືອນສິງຫາ 2020 ທີ່ຜ່ານມາດັ່ງນີ້:

1. ສືບຕໍ່ປິດບັນດາກິດຈະການຮ້ານບັນເທິງ,ຮ້ານຄາລາໂອເກະ ແລະ ຮ້ານເກມ ໃຫ້ພາກສ່ວນທີ່ກ່ຽວຂ້ອງບົງຕິດຕາມກວດກາຖ້າລະເມີດ ໃຫ້ມີການກ່າວເຕືອນ ຖ້າຍັງຝ່າຝືນໃຫ້ຖອນໃບອະນຸຍາດຊົ່ວຄາວ.

2. ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖີ່ນ ສຳລັບການເຂົ້າອອກຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງສິນຄ້າ,ຍົກເວັ້ນບາງດ່ານທີ່ໄດ້ຮັບອະນຸຍາດຈາກລັດຖະບານໃຫ້ລົດຂົນສົ່ງສິນຄ້າ ເຂົ້າ-ອອກໄດ້.ສ່ວນດ່ານສາກົນແມ່ນໃຫ້ຄົນລາວ ແລະ ຕ່າງປະເທດທີ່ມີຄວາມຈຳເປັນຮີບດ່ວນ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ. ສຳລັບຂົນສົ່ງສິນຄ້າແມ່ນສາມາດເຂົ້າ-ອອກປົກກະຕິໄດ້.

3. ສືບຕໍ່ໂຈະອອກວິຊ່າທ່ອງທ່ຽວ ແລະ ຢ້ຽມຢາມ ສໍາລັບຜູ້ທີ່ເດີນທາງມາຈາກປະເທດທີ່ຍັງມີການລະບາດຂອງພະຍາດໂຄວິດ-19

4. ສືບຕໍ່ໂຈະຍົນເຊົ່າເໝົາລໍາລະຫວ່າງປະເທດ ແລະ ໃຫ້ຄະນະສະເພາະກິດສົມທົບກັບກົມການບິນພົນລະເຮືອນ ອອກມາດຕະການໃໝ່ໃຫ້ລະອຽດ ແລະ ຮັດກຸມ ແລ້ວສະເໜີຕໍ່ລັດຖະບານເພື່ອອະນຸມັດ

  • ເຫັນດີໃຫ້ເອົາເວລາ 23:00 ໂມງເປັນເວລາປິດຮ້ານອາຫານ ໂດຍໃຫ້ປະຕິບັດເປັນເອກະພາບທົ່ວປະເທດ
  • ໃຫ້ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບອົງການປົກຄອງທ້ອງຖິ່ນ ເຂັ້ມງວມ ຕິດຕາມ ແລະ ກວດກາ ຜູ້ທີ່ລັກລອບເຂົ້າເມືອງ ທີ່ບໍ່ຜ່ານຊາຍແດນ ມາຈໍາກັດບໍລິເວນ ແລະ ກວດຫາເຊື້ອພະຍາດໂຄວິດ-19
  • ມອບໃຫ້ຄະນະສະເພາະກິດ ເປັນໃຈກາງໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຕິດຕາມ, ກວດກາ ການປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການປ້ອງກັນ, ຄວບຄຸມສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...