spot_img
Homeຂ່າວພາຍ​ໃນສຶກສາຄວາມເປັນໄປໄດ້ການແປຮູບຂີ້ເຫຍື້ອມາເປັນພະລັງງານ

ສຶກສາຄວາມເປັນໄປໄດ້ການແປຮູບຂີ້ເຫຍື້ອມາເປັນພະລັງງານ

Published on

ກະຊວງພະລັງງານ ແລະ ບໍ່ແຮ່ ເຊັນສັນຍາຮ່ວມມື ກັບບໍລິສັດ ວຽງຈັນບໍລິຫານຈັດການຂີ້ເຫຍື້ອ ຈຳກັດ ເພື່ອສຶກສາທ່າແຮງດ້ານພະລັງງານຂອງສິ່ງເສດເຫຼືອ ແລະ ພັດທະນາພື້ນຖານໂຄງລ່າງ ສະຖານີສາກລົດໄຟຟ້າ, ພ້ອມທັງນຳໃຊ້ລົດໄຟຟ້າເຂົ້າໃນການຂົນສົ່ງສິ່ງເສດເຫຼືອ ໃນນະຄອນຫຼວງວຽງຈັນ, ຫຼວງພະບາງ, ຄໍາມ່ວນ, ສະຫວັນນະເຂດ ແລະ ແຂວງຈໍາປາສັກ ເຊິ່ງການດຳເນີນການສຶກສາຄວາມເປັນໄປໄດ້ ແມ່ນສຶກສາທາງດ້ານເສດຖະກິດ-ເຕັກນິກ, ການວິເຄາະທາງດ້ານເສດຖະກິດ-ການເງິນ, ຕ່ອງໂສ້ອຸປະທານໃນການເກັບຂີ້ເຫຍື້ອ, ການກຳຈັດ, ການຂົນສົ່ງ ແລະ ການເຂົ້າຫາແຫຼ່ງຂີ້ເຫຍື້ອຂອງຊຸມຊົນຢ່າງທົ່ວເຖິງ.

ພິທີເຊັນສັນຍາຮ່ວມມືດັ່ງກ່າວ ຈັດຂຶ້ນໃນທ້າຍອາທິດຜ່ານມາໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ແລະ ທ່ານ ຄຳຫຼ້າ ນາກຄະວົງ ຜູ້ອຳນວຍການ ບໍລິສັດ ວຽງຈັນບໍລິຫານຈັດການຂີ້ເຫຍື້ອ ຈຳກັດ ໂດຍມີ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ການດຳເນີນການຮ່ວມມືການສຶກສາຄັ້ງນີ້ ຈະເປັນຂໍ້ມູນໃຫ້ແກ່ພາກລັດໃນການວາງແຜນ, ບໍລິຫານ, ກຳຈັດຂີ້ເຫຍື້ອໃນອະນາຄົດ ແລະ ສ້າງເປັນໂຄງການຕົວແບບການຮ່ວມມືລະຫວ່າງ ພາກລັດ ແລະ ເອກະຊົນ, ຊ່ວຍຫຼຸດຜ່ອນການລົງທຶນຂອງພາກລັດ, ເຮັດໃຫ້ພະນັກງານ-ລັດຖະກອນຂອງລັດໄດ້ຮັບການປັບປຸງຄວາມສາມາດດ້ານວິຊາການ ກ່ຽວກັບວຽກງານດັ່ງກ່າວ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...