spot_img
Homeຊີວິດແລະຄວາມຮັກສິ່ງທີ່ຜູ້ຊາຍບໍ່ມັກໃຫ້ຜູ້ຍິງເຮັດ

ສິ່ງທີ່ຜູ້ຊາຍບໍ່ມັກໃຫ້ຜູ້ຍິງເຮັດ

Published on

ຜູ້ຊາຍຈະມັກ ຫຼືບໍ່ມັກຜູ້ຍິງສະແດງອອກແນວໃດນັ້ນ ກໍຂຶ້ນກັບບຸກຄົນ ເພາະຜູ້ຊາຍບາງຄົນກໍມັກຜູ້ຍິງທີ່ສະແດງອອກມາແບບກົງໆ, ແຕ່ຜູ້ຊາຍບາງຄົນກໍບໍ່ມັກ ຜູ້ຍິງທີ່ຫຍຸ້ງກັບເລື່ອງສ່ວນຕົວ ຫຼືຈຸກຈິກຈູ້ຈີ້ຫຼາຍເກີນໄປ ອາດເຮັດໃຫ້ເຂົາອຶດອັດໄດ້

  1. ໄປຫຍຸ້ງເລື່ອງສ່ວນຕົວຂອງເຂົາຫຼາຍເກີນໄປ: ຜູ້ຊາຍບາງຄົນກໍຈະມີຄວາມເປັນສ່ວນຕົວແດ່, ເຖິງແມ່ນຈະເປັນແຟນກໍບໍ່ຄວນໄປກ້າວກ່າຍເລື່ອງສ່ວນຕົວຫຼາຍ ເຊິ່ງຜູ້ຊາຍບາງຄົນກໍມີເລື່ອງສ່ວນຕົວທີ່ແຕກຕ່າງກັນ ບາງຄົນກໍບໍ່ມັກໃຫ້ໃຜມາຫຍຸ້ງກັບໂທລະສັບຕົນ, ແຕ່ຜູ້ຍິງສ່ວນຫຼາຍກໍມັກຈະລະແວງສົງໄສ ຈຶ່ງມັກຄິດໄປເອງ, ວ່າແຟນຂອງຕົນມີຄົນໃໝ່, ປ່ຽນໄປ ບໍ່ຄືເກົ່າ ເຊິ່ງມັນບໍ່ມີຫຍັງ ພຽງແຕ່ເຂົາຢາກມີຄວາມເປັນສ່ວນຕົວ ຖ້າຫາກຮັກກັນແທ້ກໍຄວນຈະໄວ້ໃຈກັນດີທີ່ສຸດ
  2. ສະແດງຄວາມເປັນເຈົ້າຂອງຫຼາຍເກີນໄປ: ຜູ້ຊາຍສ່ວນຫຼາຍບໍ່ມັກໃຫ້ແຟນຂອງຕົນເອງ ສະແດງອາການວ່າເປັນເຈົ້າຂອງຫຼາຍເກີນໄປ, ຫຶງຫວງຫຼາຍເກີນໄປ, ອອກຄຳສັ່ງບໍ່ໃຫ້ແຟນຕົນເອງໄປໃສກັບໝູ່ຜູ້ຍິງ, ຜູ້ຊາຍ ທັງໆທີ່ເປັນໝູ່ກັນ , ເຊິ່ງຜູ້ຊາຍສ່ວນຫຼາຍບໍ່ມັກໃຫ້ແຟນຕົນເອງເປັນແບບນີ້
  3. ເກັ່ງເກີນໄປ: ຜູ້ຊາຍສ່ວນຫຼາຍບໍ່ມັກຜູ້ຍິງທີ່ເກັ່ງ, ເພາະຜູ້ຊາຍເປັນຄົນທີ່ເຂັ້ມແຂງ, ແຕ່ຕ້ອງມາຢູ່ພາຍໃຕ້ອຳນາດຂອງຜູ້ຍິງ, ບໍ່ມີຄວາມເປັນຜູ້ນຳ ຫາກມີແຟນເປັນແບບນີ້ ຜູ້ຊາຍບໍ່ມັກທີ່ສຸດ ຖ້າຮ້າຍແຮງເຖິງຂັ້ນເລີກກັນໄດ້
  4. ບໍ່ມັກໃຫ້ຜູ້ຍິງຈີບກ່ອນ: ຜູ້ຊາຍເຂົາຈະບໍ່ມັກຜູ້ຍິງທີ່ເຂົ້າມາຫາເຂົາກ່ອນ ຫຼືເຂົ້າມາຈີບກ່ອນ ຈະເຮັດໃຫ້ຜູ້ຊາຍບໍ່ມັກພຶດຕິກຳຂອງຜູ້ຍິງແບບນີ້, ເພາະຜູ້ຊາຍຫາກມັກໃຜຄົນໜຶ່ງແລ້ວ ຈະເປັນຝ່າຍເຂົ້າຫາເຈົ້າເອງ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...