spot_img
Homeຊີວິດແລະຄວາມຮັກ“ສິ່ງທີ່ບໍ່ຄວນເຮັດ” ຫຼັງມີເຊັກສ໌ ທີ່ຫຼາຍຄົນຍັງບໍ່ຮູ້

“ສິ່ງທີ່ບໍ່ຄວນເຮັດ” ຫຼັງມີເຊັກສ໌ ທີ່ຫຼາຍຄົນຍັງບໍ່ຮູ້

Published on

ທ່ານຮູ້ບໍວ່າ ກິດຈະກຳບາງຢ່າງຫາກເຮົາເຮັດຫຼັງຈາກມີເຊັກສ໌ ອາດກໍ່ໃຫ້ເກີດຜົນເສຍດ້ານສຸຂະພາບ ທີ່ເຮົາຄິດບໍ່ເຖິງຕາມມາໄດ້, ດັ່ງນັ້ນ ຈຶ່ງຄວນລະມັດລະວັງໃຫ້ດີ ເຊິ່ງຂໍ້ຫ້າມທີ່ແອັດມິນກໍາລັງຈະບອກດັ່ງຕໍ່ໄປນີ້ ເຊື່ອວ່າຫຼາຍຄົນຍັງບໍ່ຮູ້ມາກ່ອນ

  1. ບໍ່ຄວນອາບນໍ້າທັນທີ: ຫຼາຍຄົນຄິດວ່າ ຫຼັງມີເຊັກສ໌ ຄວນອາບນໍ້າລ້າງຮ່າງກາຍ ແຕ່ນັ້ນເປັນຄວາມຄິດທີ່ຜິດ, ການໃຊ້ນໍ້າລ້າງອາດບໍ່ມີຜົນກະທົບຫຍັງ ແຕ່ຫາກໃຊ້ສະບູລ້າງ ອາດເຮັດໃຫ້ຮ່າງກາຍຂາດຄວາມສົມດູນ, ເພາະພາຍໃນຊ່ອງຄອດຂອງຜູ້ຍິງ ມີລະບົບທຳຄວາມສະອາດຈາກພາຍໃນ ໂດຍທຳມະຊາດແລ້ວ, ດັ່ງນັ້ນ ການໃຊ້ສະບູລ້າງ ອາດເຮັດໃຫ້ເກີດອາການແພ້ໄດ້
  2. ບໍ່ຄວນອາບນໍ້ານໍາກັນ: ເພາະຫຼັງມີເຊັກສ໌ ປາກຊ່ອງຄອດຈະເປີດກວ້າງ ເຊິ່ງມີຄວາມສ່ຽງຕໍ່ການຕິດເຊື້ອ, ຫາກອາບນໍ້າຮ່ວມຫຼັງມີເຊັກສ໌ ແບັກທີເລຍຈາກພາຍນອກ ໂດຍສະເພາະຈາກຄົນຮັກ ອາດເຂົ້າສູ່ຮ່າງກາຍຂອງເຈົ້າໄດ້
  3. ຫ້າມກັ້ນນໍ້າປັດສະວະ: ສຳລັບຜູ້ຊາຍ ການກັ້ນນໍ້າປັດສະວະອາດສົ່ງຜົນເສຍຕໍ່ຕ່ອມລູກໝາກໄດ້, ສຳລັບຜູ້ຍິງ ຄວນໄປຖ່າຍເບົາພາຍໃນເວລາ 1 ຊົ່ວໂມງຫຼັງມີເຊັກສ໌ ເພື່ອເປັນການລ້າງສິ່ງເສດເຫຼືອໃນຊ່ອງຄອດ ເພື່ອຫຼຸດການຈະເລີນເຕີບໂຕຂອງເຊື້ອແບັກທີເລຍ
  4. ບໍ່ຄວນນອນທັນທີ: ການນອນຫຼັບທັນທີ ອາດເຮັດໃຫ້ຮູ້ສຶກເມື່ອຍຫຼາຍ, ຈຶ່ງແນະນຳໃຫ້ເຈົ້າກັບຄົນຮັກ ຊອກກິດຈະກຳຫຍັງເຮັດສາກ່ອນ ແລ້ວຈຶ່ງນອນ, ການເຮັດກິດຈະກຳຮ່ວມກັນ ຫາກເຮັດຢ່າງຖືກຕ້ອງ ຈະມີຜົນດີຕໍ່ສຸຂະພາບຈິດໃຈແນ່ນອນ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...