spot_img
HomeຊີວິດແລະຄວາມຮັກWedding-Sex-loveສິ່ງທີ່ຄວນເຮັດຫຼັງຈາກມີເພດສຳພັນແບບບໍ່ປ້ອງກັນ

ສິ່ງທີ່ຄວນເຮັດຫຼັງຈາກມີເພດສຳພັນແບບບໍ່ປ້ອງກັນ

Published on

ໃນຄໍລຳ ຄວາມຮັກ ກັບ ເຊັກສ໌ ມື້ນີ້ແອັດມິນຈະມານຳສະເໜີບົດກ່ຽວກັບການມີເພດສຳພັນໂດຍບໍ່ໄດ້ປ້ອງກັນ ໝາຍເຖິງການມີເພດສຳພັນໂດຍບໍ່ໄດ້ໃສ່ຖົງຢາງອານາໄມນັ້ນເອງ ອາດເຮັດໃຫ້ຫຼາຍຄູ່ເກີດຄວາມກັງວົນໃຈ ໂດຍສະເພາະແມ່ນແມ່ຍິງອາດກັງວົນໃຈຫຼາຍເພາະຢ້ານວ່າຕົນເອງຈະຖືພາ ດັ່ງນັ້ນຫາກເກີດເຫດການແບບນີ້ຂຶ້ນ ສິ່ງທີ່ພໍຈະຊ່ວຍປ້ອງກັນການຖືພາໄດ້ກໍ່ຄື ການກິນຢາຄຸມກຳເນີດ (ຢາຄຸມສຸກເສີນ) ຫຼັງຮ່ວມເພດແລ້ວ

ວິທີການກິນຢາຄຸມສຸກເສີນນີ້ ຈະຕ້ອງກິນຄັ້ງລະ 2 ເມັດ ໂດຍເມັດທຳອິດຕ້ອງກິນບໍ່ໃຫ້ເກີນພາຍໃນ 72 ຊົ່ວໂມງ ຫຼັງຈາກມີການຮ່ວມເພດ ແລ້ວໃຫ້ກິນເມັດທີສອງຫ່າງຈາກເມັດທຳອິດ 12 ຊົ່ວໂມງ

ຂໍ້ຄວນລະວັງໃນການກິນຢາຄຸມກຳເນີດຫຼັງຮ່ວມເພດນີ້ ຄວນໃຊ້ໃນກໍລະນີສຸກເສີນເທົ່ານັ້ນ ແລະ ເດືອນໜຶ່ງບໍ່ກິນເກີນ 4 ເມັດ ບໍ່ຄວນກິນເລື່ອຍໆ ຫຼື ກິນຢາຄຸມລາຍວັນເລື້ອຍໆ ເພາະຈະເຮັດໃຫ້ຮ່າງກາຍທຳງານຜິດປົກກະຕິ ເຊັ່ນ: ມີເລືອດອອກຜິດປົກກະຕິທາງຊ່ອງຄອດ, ປະຈຳເດືອນມາບໍ່ສະໝ່ຳສະເໝີ, ຮູ້ສຶກວິນຫົວປວດຮາກໃນກໍລະນີທີ່ເກີດຜົນຂ້າງຄຽງຢ່າງຮຸນແຮງ

ການສັງເກດຮອບເດືອນ

ຫາກປະຈຳເດືອນບໍ່ມາພາຍໃນ 15 ວັນຫຼັງຈາກມີເພດສຳພັນໃຫ້ທົດສອບການຖືພາຈາກນ້ຳປັດສະວະ ດ້ວຍການຊື້ແນວກວດມາກວດນ້ຳປັດສະວະເບິ່ງ ຫາກຂຶ້ນຂີດດຽວແບບເຫັນຊັດແປວ່າບໍ່ໄດ້ຖືພາ ແຕ່ຖ້າຂຶ້ນສອງຂີດແບບເຫັນຊັດເຈນແປວ່າ ຖືພາ ແຕ່ຖ້າເປັນສອງຂີດຂຶ້ນມາຈາງໆ ຖ້າບໍ່ແນ່ໃຈວ່າຖືພາ ຫຼື ບໍ່? ໃຫ້ລໍຖ້າໄປອີກ 7 ໃື້ ແລ້ວຈິ່ງເຮັດການກວດນ້ຳປັດສະວະອີກຄັ້ງ

ການກິນຢາຄຸມສຸກເສີນອາດຈະຊ່ວຍປ້ອງກັນການຖືພາໄດ້ ແຕ່ຢ່າລືມວ່າຢາຄຸມບໍ່ໄດ້ຊ່ວຍປ້ອງກັນໂຣກຕິດຕໍ່ທາງເພດສຳພັນໄດ້ ສະນັ້ນການຮ່ວມເພດຄວນມີການປ້ອງກັນໄວ້ດີກວ່າ ຖ້າຄິດວ່າບໍ່ໝັ້ນໃຈໃນຄູນອນຂອງທ່ານ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...