spot_img
Homeຂ່າວຕ່າງປະເທດສິງກະໂປໃຫ້ຜູ້ເດີນທາງມາຈາກ 8 ປະເທດ ທີ່ສັກວັກຊິີນຄົບແລ້ວ ເຂົ້າປະເທດໂດຍຕ້ອງກັກໂຕ ເລີ່ມ 19 ຕຸລາ 2021

ສິງກະໂປໃຫ້ຜູ້ເດີນທາງມາຈາກ 8 ປະເທດ ທີ່ສັກວັກຊິີນຄົບແລ້ວ ເຂົ້າປະເທດໂດຍຕ້ອງກັກໂຕ ເລີ່ມ 19 ຕຸລາ 2021

Published on

ວັນທີ 18 ຕຸລາ 2021 ສໍານັກຂ່າວ mgronline ລາຍງານວ່າ ລັດຖະບານສິງກະໂປ ເຄີຍໃຊ້ມາດຕະການປິດປະເທດ ລ໋ອກດາວ ລວມໄປເຖິງຕິດຕາມຜູ້ສໍາພັກໃກ້ຕິດຜູ້ຕິດເຊື້ອພະຍາດໂຄວິດ-19 ເພື່ອປ້ອງກັນການລະບາດ ແຕ່ເນື່ອງຈາກປັດຈຸບັນນີ້ ປະຊາກອນສິງກະໂປໄດ້ຮັບວັກຊີນຫຼາຍກວ່າ 80% ແລ້ວ ພາກລັດຈຶ່ງຫັນມາໃຫ້ຄວາມສໍາຄັນກັບການຜ່ອນຜັນຂໍ້ຈໍາກັດຕ່າງທ ເພື່ອຟື້ນຟູເສດຖະກິດ

ສິງກະໂປເລີ່ມເປີດໂຄງການ Travel lane ສໍາລັບຜູ້ເດີນທາງຈາກບຣູໄນ ແລະ ເຢຍລະມັນ ໃນເດືອນ ກັນຍາ ແລະ ວັນທີ 19 ຕຸລາ ນີ້ ຈະຂະຫຍາຍເພີ່ມອີກ 8 ປະເທດໄດ້ແກ່ ອັງກິດ, ການາດາ, ເດນມາກ, ຝຣັ່ງ, ເນເທີແລນ, ສະເປນ ແລະ ອາເມລິກາ, ສໍາລັບໂຄງການ Travel lane ສໍາລັບປະເທດເກົາຫຼີໃຕ້ຈະເລີ່ມໃນວັນທີ 15 ພະຈິກ 2021 ນີ້

ພາຍໃຕ້ໂຄງການນີ້ ຜູ້ເດີນທາງທີ່ສັກວັກຊີນປ້ອງກັນໂຄວິດ-19 ຄົບໂດສ ລວມເຖິງມີຜົນກວດໂຄວິດ-19 ເປັນ ລົບ ທັງກ່ອນການເດີນທາງ ແລະ ຂະນະທີ່ມາຮອດສິງກະໂປ ຈະໄດ້ຮັບອະນຸຍາດໃຫ້ເຂົ້າປະເທດໄດ້ໂດຍບໍ່ຕ້ອງກັກໂຕ

“ສິງກະໂປບໍ່ສາມາດລ໋ອກດາວ ແລະ ປິດປະເທດໄດ້ຕະຫຼອດໄປ ເຮົາຈໍາເປັນຕ້ອງເປີດເຂດແດນຢ່າງປອດໄພ, ບໍລິສັດ ແລະ ນັກລົງທຶນ ຈໍາເປັນຕ້ອງໃຊ້ສິງກະໂປເປັນຖານໃນການເຮັດທຸລະກິດທັງລະດັບພູມິພາກ ແລະ ລະດັບໂລກ ຄົນທີ່ເຮັດວຽກໃຫ້ບໍລິສັດເຫຼົ່ານີ້ກໍຈໍາເປັນຕ້ອງເດີນທາງເພື່ອຫາລ້ຽງຕົນເອງ” ນາຍົກລັດຖະມົນຕີ Lee Hsien Loong ກ່າວລະຫວ່າງທີ່ຊີ້ແຈງຍຸດທະສາດ ຢູ່ຮ່ວມກັບໂຄວິດ-19 ເມື່ອວັນທີ 9 ຕຸລາ 2021

Philip Koh ຮອງປະທານສະມາຄົມຂົນສົ່ງອາຫານອາກາດລະຫວ່າງປະເທດ (IATA) ປະຈໍາພູມິພາກອາຊີ-ປາຊີຟິກ ຊີ້ວ່າ ຄວາມສໍາເລັດຂອງສິງກະໂປໃນການເປີດຮັບຜູ້ເດີນທາງທີ່ສັກວັກຊີນຄົບ ບຸກຄົນເຫຼົ່ານີ້ຈະມີສ່ວນຊ່ວຍຟື້ນຟູອຸດສະຫະກໍາການບິນຂອງໂລກທີ່ໄດ້ຮັບຜົນກະທົບທີ່ຮຸນແຮງຈາກໂຄວິດ-19.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...