spot_img
Homeຂ່າວການພັດທະນາສິງກະໂປທົດລອງນໍາເຂົ້າໄຟຟ້າພະລັງງານຈາກລາວ ຜ່ານສັນຍາການຄ້າໄຟຟ້າຂ້າມຊາຍແດນ

ສິງກະໂປທົດລອງນໍາເຂົ້າໄຟຟ້າພະລັງງານຈາກລາວ ຜ່ານສັນຍາການຄ້າໄຟຟ້າຂ້າມຊາຍແດນ

Published on

ວັນທີ 15 ກັນຍາ 2021 ເວັບໄຊ້ straitstimes ໄດ້ລາຍງານວ່າ ສິງກະໂປຈະເລີ່ມທົດລອງ ນຳເຂົ້າພະລັງງານໄຟຟ້າພະລັງງານທົດແທນຈາກລາວຜ່ານໄທ ແລະ ມາເລເຊຍ ອີງຕາມຂໍ້ຕົກລົງລະຫວ່າງບໍລິສັດ Keppel Electric ແລະ Electricite Du Laos (EDL) ໃນວັນທີ15 ກັນຍາທີ່ຜ່ານມາ.

ຂໍ້ຕົກລົງພິເສດລະຫວ່າງທັງສອງ ແມ່ນເປັນສ່ວນໜຶ່ງຂອງໂຄງການເຊື່ອມໂຍງພະລັງງານຂອງ ສປປ ລາວ-ໄທ-ມາເລເຊຍ-ສິງກະໂປ (LTMS-PIP), ເປັນໂຄງການລະຫວ່າງລັດຖະບານ ເພື່ອສຶກສາຄວາມເປັນໄປໄດ້ໃນການຄ້າຂາຍໄຟຟ້າຂ້າມຊາຍແດນຈາກລາວໄປສິງກະໂປ.

Keppel Electric, ບໍລິສັດຍ່ອຍຂອງ Keppel Infrastructure Holdings ແລະ EDL, ມີຈຸດປະສົງເພື່ອຮ່ວມກັນຄົ້ນຄວ້າໂອກາດສໍາລັບການນໍາເຂົ້າພະລັງງານທົດແທນເຂົ້າສິງກະໂປຜ່ານການຮ່ວມໃນມື້ນີ້. EDL ຈະສົ່ງອອກແລະ Keppel ຈະນໍາເຂົ້າພະລັງງານທົດແທນສູງເຖິງ 100 MW ຈາກລາວໄປສິງກະໂປ ຜ່ານປະເທດໄທ ແລະ ມາເລເຊຍ ໂດຍນໍາໃຊ້ໂຕເຊື່ອມຕໍ່ທີ່ມີຢູ່.

ການທົດລອງຈັດຊື້ໄຟຟ້າ ຄາດວ່າຈະເລີ່ມຂຶ້ນເມື່ອຂໍ້ຕົກລົງດ້ານເຕັກນິກ, ການຄ້າ, ກົດໝາຍ ແລະ ລະບຽບຂໍ້ບັງຄັບທັງໝົດ ຈາກລັດຖະບານສະມາຊິກອາຊຽນທັງ 4 ປະເທດ ແລະ ຫຼັງຈາກການຈັດຕັ້ງປະຕິບັດສັນຍາຊື້ໄຟຟ້າ ທີ່ມີຜົນຜູກມັດລະຫວ່າງ Keppel Electric ແລະ EDL.

ຢ່າງໃດກໍຕາມ, ໄຟຟ້າທີ່ນໍາເຂົ້າມາຈະຊ່ວຍໃຫ້ສິງກະໂປເອົາຊະນະຂໍ້ຈໍາກັດ ໂດຍການນໍາໃຊ້ແຫຼ່ງພະລັງງານທົດແທນຂອງປະເທດເພື່ອນບ້ານຈາກລົມ ແລະ ກະແສນໍ້າ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...