ສຳເລັດແລ້ວ! ຈີນສົ່ງຈະຫລວດ Long March 5 ຂຶ້ນສູ່ອະວະກາດ ກ້າວໜ້າໄລ່ທັນອາເມຣິກາ! (ເບິ່ງຄລິບ)

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ພະຈິກນີ້ວ່າ ໃນວັນພະຫັດທີ 3 ພະຈິກ 2016 ເວລາ 20:43 ໂມງ ຕາມເວລາໃນທ້ອງຖິ່ນ ຈີນໄດ້ປະສົບຜົນສຳເລັດ ໃນການສົ່ງຈະຫລວດອະວະກາດ ສາງເຈິງ 5 ຫລື ຊື່ໃນພາສາອັງກິດວ່າ ລອງມາກ 5 (Long March 5) ຂຶ້ນສູ່ອະວະກາດ ຈາກຖານສົ່ງດາວທຽມ ເມືອງເຫວິນຊາງ ແຂວງຫາຍໜານ ໂດຍຈະຫລວດ ສາງເຈິງ 5 ດັ່ງກ່າວນີ້ ເປັນຈະຫລວດຂະໜາດໃຫຍ່ທີ່ສຸດ ແລະ ມີພະລັງແຮງຂັບເຄື່ອນຫລາຍທີ່ສຸດ ເທົ່າທີ່ຈີນເຄີຍໄດ້ສ້າງຈະຫລວດອະວະກາດມາ.

ທັງນີ້ ຈະຫລວດ ສາງຈິງ 5 ສາມາດບັນທຸກນ້ຳໜັກໄດ້ເຖິງ 25 ໂຕນ ຂຶ້ນສູ່ວົງໂຄຈອນລະດັບຕ່ຳ (Low Earth Orbit) ແລະ 14 ໂຕນສຳລັບວົງໂຄຈອນຄ້າງຟ້າ (geostationary orbit) ຊຶ່ງເປັນການຍົກລະດັບຄວາມສາມາດດ້ານອະວະກາດ ຂອງປະເທດຈີນ ຂຶ້ນໄປອີກລະດັບໜຶ່ງ ສະເໝີທຽບເທົ່າກັບສຸດຍອດຈະຫລວດ ເດວຕ້າ 4 ເຮບວີ່ (Delta IV Heavy) ຂອງສະຫະລັດອາເມຣິກາ.

ກຸ່ມນັກວິເຄາະດ້ານອະວະກາດຫລາຍຄົນ ໄດ້ພາກັນລະບຸວ່າ ການແຈ້ງເກີດຂອງ ຈະຫລວດ ສາງເຈິງ 5 ຈະຊ່ວຍຫລຸດຊ່ອງວ່າງ ດ້ານການພັດທະນາເຕັກໂນໂລຊີອະວະກາດ ທີ່ຈີນຫລ້າຫລັງກວ່າສະຫະລັດອາເມຣິການັບສິບໆປີ ເຫລືອພຽງແຕ່ບໍ່ເທົ່າໃດປີແລ້ວ ຊຶ່ງນັບຈາກນີ້ໄປ ເກມການແຂ່ງຂັນໃນໂລກອະວະກາດ ໄດ້ປ່ຽນແປງແລ້ວຢ່າງສິ້ນເຊີງ.

559000011414603