Homeວົງການສື່ມວນຊົນສະພາແຫ່ງຊາດ ພິຈາລະນາຮັບຮອງ ຮ່າງກົດໝາຍວ່າດ້ວຍ ສື່ມວນຊົນ ສະບັບປັບປຸງ

ສະພາແຫ່ງຊາດ ພິຈາລະນາຮັບຮອງ ຮ່າງກົດໝາຍວ່າດ້ວຍ ສື່ມວນຊົນ ສະບັບປັບປຸງ

Published on

​ຕະຫລອດວາລະ​​ການ​ດຳ​ເນີນ ​ກອງ​ປະຊຸມ​​ສະ​ໄໝສາມັນ​ເທື່ອ​ທີ 2 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ຂອງ​ວັນ​ທີ 4 ພະຈິກນີ້ ທີ່​ສະພາ​ແຫ່ງ​ຊາດ ພາຍ​ໃຕ້​ການ​ເປັນ​ປະທານຂອງ​ ທ່ານ ນາງ ປານີ ຢາ​ທໍ່​ຕູ້ ​ໄດ້​ມີ​ການ ສະ​ເໜີຮ່າງ​ກົດໝາຍວ່າດ້ວຍ ສື່​ມວນ​ຊົນສະບັບ​ປັບປຸງ ​ເຊິ່ງບັນດາ ສສຊ ​ໄດ້ພິຈາລະນາ ​ປະກອບ​ຄຳ​ຄິດຄຳ​ເຫັນ ​ໃສ່​ຮ່າງ​ກົດໝາຍດັ່ງກ່າວ ​ແລະ ຕົກລົງ​​ຫັນ​ດີ ຮັບຮອງ​ເອົາ​ກົດໝາຍ ວ່າ​ດ້ວຍສື່​ມວນ​ຊົນ ສະບັບ​ປັບປຸງ ລວມມີ 9 ພາກ, 9 ໝວດ, 85 ມາດຕາ; ຮັກສາ​​ໄວ້ 28 ມາດຕາ, ປັບປຸງ 39 ມາດຕາ ​ແລະ ສ້າງ​​ໃໝ່ 18 ມາດຕາ

ກົດໝາຍວ່າ​ດ້ວຍ​ ສື່​ມວນ​ຊົນສະບັບ​ປັບປຸງ​ນີ້ ​ເນື້ອ​ໃນ​ພື້ນຖານ ແມ່ນຍັງ​ຮັກສາ​ຫລັກການ ​ພື້ນຖານ​ກ່ຽວກັບ​ສື່​ມວນ​ຊົນ. ການ​ປັບປຸງ ​ແລະ ​ເພີ່ມບັນດາ​ມາດຕາ​ໃໝ່ ​ແມ່ນ​ເຮັດ​ໃຫ້​ເນື້ອ​ໃນ​ຄົບ​ຖ້ວນ, ກະທັດ​ລັດ ​ແລະ ຫັດ​ກຸມ​ໂດຍ​ສຸມ​ໃສ່ກຳນົດ​ ໃຫ້​ແຈ້ງ​ຕື່ມ​ຂຶ້ນ ​ກ່ຽວກັບນະ​ໂຍບາຍ​ຂອງ​ລັດ​ຕໍ່​ສື່​ມວນ​ຊົນ, ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ວຽກງານ​ສື່​ມວນ​ຊົນ, ການ​ຄຸ້ມ​ຄອງ ​ແລະ​ ກວດກາ​ສື່​ມວນ​ຊົນ ​ໂດຍ​ສະ​ເພາະ​ແມ່ນ​ສື່ມວນ​ຊົນ​ແບບ​ໃໝ່ ທັງໝົດນັ້ນ​ແມ່ນ​ເພື່ອ​ແນ່​ໃສ່ເຮັດ​ໃຫ້​ສື່​ມວນ​ຊົນ ສືບ​ຕໍ່​ເປັນ​ກະບອກ​ສຽງຂອງ​ພັກ-​ລັດ ​ແລະ ປະຊາຊົນ ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ວຽກງານ​ສື່​ມວນ​ຊົນ ຂອງ​ອົງການ​ສື່​ມວນ​ຊົນ ຖືກຕ້ອງ​ຕາມ​ແນວທາງ, ນະ​ໂຍບາຍ​ຂອງ​ພັກ, ກົດໝາຍຕ່າງໆ ທັງ​ຮັບປະກັນ​ການ​ປະຕິບັດ​ເສລີພາບ​ຂອງ​ພົນ​ລະ​​ເມືອງ​ ດ້ານ​ສື່​ມວນ​ຊົນ ​ແລະ ​ເພີ່​ມທະວີ​ຄວາມ​ສາມ​າດ ໃນ​ການ​ຄຸ້ມ​ຄອງລັດ​ຕໍ່​ສື່​ມວນ​ຊົນ.

ເຫດຜົນ ​ແລະ ຄວາມ​ຈຳ​ເປັນ​ ໃນ​ການ​ປັບປຸງກົດໝາຍວ່າ​ດ້ວຍ​ສື່​ມວນ​ຊົນ ​ກໍເພື່ອ​ຕອບ​ສະໜອງ ໜ້າທີ່​ການ​ເມືອງໃນ​ໄລຍະ​ໃໝ່ ​ໂດຍ​ປະຕິບັດ​ຕາມ ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່ IX ​ແລະ X ຂອງ​ພັກ, ມະຕິ​ຂອງ​ກົມ​ການ​ເມືອງ ​ວ່າ​ດ້ວຍ​ວຽກງານ 3 ສ້າງ ກໍ​ຄື​ລັດຖະທຳ​ມະນູນ ສະບັບ​ປັບປຸງໝວດ ​ແລະ ມາດຕາ​ຂອງ​ກົດໝາຍນີ້ ​ໃຫ້​ສອດຄ່ອງ​ກັບ​ແນວທາງ​ ນະ​ໂຍບາຍ​ຂອງ​ພັກ ​ແລະ ກົດໝາຍຂອງ​ລັດ​ ໃນ​ໄລຍະ​ໃໝ່ ​ ທັງ​ເປັນ​ການ​ຕອບ​ສະໜອງ ຄວາມ​ຮຽກຮ້ອງ​ຂອງ​ສື່​ມວນ​ຊົນ ​ແລະ ປະຊາຊົນ​ບັນດາ​ເຜົ່າ ສາມາດ​ຮັບ​ມື​ກັບ​ການ ​ປ່ຽນ​ແປງຂອງ​ໂລກ​ ໃນ​ດ້ານ​ຂໍ້​ມູນ​ຂ່າວສານ ​ແລະ ການ​ເຊື່ອມ​ໂຍງ​ສາກົນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...