ສຳເລັດຂະບວນຄາຣາວານ ສູ່ຖິ່ນກຳເນີດເມືອງວຽງໄຊ

ສຳເລັດຂະບວນຄາຣາວານ ສູ່ຖິ່ນກຳເນີດເມືອງວຽງໄຊ

ຂະ​ບວນ​ຄາ​ຣາ​ວານ​ລົດ ຈຳນວນ 50 ກວ່າ​ຄັນ 200 ກວ່າ​ຄົນ ນຳ​ໂດຍ​ທ່ານ ​ສຈ.​ດຣ. ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ​ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ທີ່​ເລີ່ມ​ເຄື່ອນ​ອອກ​ຈາກ​ນະຄອນຫຼວງ​ວຽງ​ຈັນ-ຊຽງ​ຂວາງ-ຫົວພັນ ເມື່ອ​ວັນ​ທີ 8-13 ມັງກອນ 2014 ໄດ້​ສຳເລັດ​ຢ່າງ​ຈົບງາມ ທ່າມກາງ​ບັນຍາກາດ​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ຂອງ​ມວນ​ຊົນ​ຕະຫຼອດ​ເສັ້ນທາງ.

ການຈັດຕັ້ງ​ຂະ​ບວນ​ດັ່ງກ່າວ ເພື່ອ​ເປັນ​ການ​ສະເຫຼີມສະຫຼອງ ຄົບຮອບ 65 ປີ ຂອງ​ກອງທັບ​ປະຊາຊົນ​ລາວ ທັງ​ເປັນ​ການ​ໂຄສະນາ​ເຜີຍແຜ່​ໃຫ້​ຮັບ​ຮູ້​ວ່າ ​ສປປ ລາວ ເປັນ​ປະເທດ​ທີ່​ໜ້າ​ທ່ຽວ​ຊົມ​ທີ່​ສຸດ ໃນ​ໂລກ​ໃນ​ປີ 2013 ພ້ອມ​ກັນ​ນີ້ ກໍ່​ຍັງ​ເປັນ​ການ​ເຊີນຊວນ ສົ່ງເສີມ​ໃຫ້​ລາວ​ທ່ຽວ​ລາວ ຊົມ​ສະຖານທີ່​ບູຮານ​ອັນ​ເກົ່າ​ແກ່​ທາງ​ປະຫວັດສາດ ແລະ ທຳ​ມະ​ຊາດ ໂດຍ​ສະເພາະ​ແມ່ນ ທົ່ງ​ໄຫ​ຫີນ 1,2 ແລະ 3 ແລະ ພູ​ເກັງ ບ່ອນ​ຜະລິດ​ໄຫ​ຫີນ ຖ້ຳ​ປີວ ເພຍ​ວັດ ສູນ​ວາງສະແດງ​ສິ່ງ​ເສດ​ເຫຼືອ​ສົງຄາມ ແລະ ຂໍ້​ມູນ​ຂ່າວສານ​ການທ່ອງທ່ຽວ ແລະ ອີກ​ຫຼາຍ​ສະຖານທີ່​ທີ່​ໜ້າ​ສົນໃຈ​ໃນ​ແຂວງ​ຊຽງ​ຂວາງ ຈາກ​ນັ້ນ ຫຍັບ​ຂຶ້ນ​ມາ​ທາງ​ເໜືອ​ເລັກ​ນ້ອຍ​ໃນ​ໄລຍະ​ລະດູ​ນີ້ ຍັງ​ຈະ​ໄດ້​ສຳຜັດ​ກັບ​ທະເລ​ໝອກ​ຕາມ​ສັນພູ​ຈາກ​ແຂວງ​ຊຽງ​ຂວາງ​ສູ່​ແຂວງ​ຫົວພັນ ທີ່​ຫຸ້ມ​ຫໍ່​ເອົາ​ໜ່ວຍ​ພູ​ນ້ອຍ​ໃຫຍ່ ຕາມ​ເສັ້ນທາງ​ຍັງ​ຈະ​ໄດ້​ເຫັນ​ຊົນເຜົ່າ​ຕ່າງໆ ທີ່​ມີ​ເອກະລັກ​ການ​ແຕ່ງ​ໂຕ​ທີ່​ຈົບງາມ ຕະຫຼອດ​ຈົນ​ຮອດ​ໜ່ວຍ​ແກ້ວ​ເອກະລັກ​ເມືອງ​ຊຳ​ເໜືອ ແຂວງ​ຫົວພັນ ກ່ອນ​ຈະ​ໄປ​ຊົມ​ອະນຸສອນ​ສະຖານ​ຖ້ຳ​ທ່ານ​ຜູ້ນຳ​ທັງ 7 ທ່ານ ທີ່​ເມືອງ​ວຽງ​ໄຊ.

ການ​ເດີນທາງ​ຕະຫຼອດ​ທັງ 6 ວັນ ດ້ວຍ​ໄລຍະ​ທາງ​ລວມ​ປະມານ 1.340 ກິໂລແມັດ ນອກຈາກ​ຈະ​ທ່ຽວ​ຊົມ​ຄວາມ​ສວຍ​ງາມ​ທາງ​ທຳ​ມະ​ຊາດ ແລະ ປະຫວັດສາດ​ແລ້ວ ຂະ​ບວນ​ຍັງ​ໄດ້​ເດີນທາງ​ໄປ​ຢ້ຽມ​ຊົມ ພ້ອມ​ທັງ​ມອບ​ວັດຖຸ​ປັດ​ໄຈ ແລະ ເຄື່ອງນຸ່ງ​ໃຫ້​ກັບ​ກອງ ກ1 ກອງ ຂ 258 ແລະ ສະຖານທີ່​ສຳຄັນ​ອື່ນໆ​ອີກ ໂດຍ​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ຈາກ​ການ​ນຳ​ຂອງ 2 ແຂວງ​ຄື: ແຂວງ​ຊຽງ​ຂວາງ ແລະ ຫົວພັນ ຈົນ​ເຮັດ​ໃຫ້ການ​ເດີນທາງ​ຄັ້ງ​ນີ້​ບັນລຸ​ຕາມ​ເປົ້າ​ໝາຍ.

ທີ່ມາ http://www.vientianemai.net/teen/khao/1/10983