spot_img

Published on

event_asean

ວັນ​ທີ 15 ມັງກອນ 2014 ຄະນະ​ຜູ້​ແທນ​ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ນຳ​ໂດຍ​ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະເທດ ໄດ້​ອອກ​ເດີນທາງ​ໄປ​ຮ່ວມ​ກອງ​ປະຊຸມ​ວົງ​ແຄບ ຂອງ​ລັດຖະມົນຕີ​ການ​ຕ່າງປະເທດ​ອາ​ຊຽນ (AMM Retreat) ເຊິ່ງ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 16-18 ມັງກອນ 2014 ທີ່​ບາ​ການ ມຽນ​ມາ.

ກອງ​ປະຊຸມ​ດັ່ງກ່າວ ເປັນ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ ຂອງ​ການ​ເປັນ​ປະທານ​ອາ​ຊຽນ​ຂອງ​ມຽນ​ມາ ສຳລັບ​ປີ 2014 ພາຍ​ໃຕ້​ຄຳ​ຂວັນ (ກ້າວ​ໄປ​ຂ້າງ​ໜ້າ​ດ້ວຍ​ຄວາມ​ເອກະ​ພາບ ສູ່​ປະຊາ​ຄົມ​ທີ່​ມີ​ສັນຕິພາບ ແລະ ຄວາມ​ວັດທະນາ​ຖາວອນ) (Moving Forward in unity towards a peaceful and prosperous Community) ໃນ​ກອງ​ປະຊຸມ​ວົງ​ແຄບ​ຄັ້ງ​ນີ້ ບັນດາ​ລັດຖະມົນຕີ​ການ​ຕ່າງປະເທດ​ອາ​ຊຽນ ຈະ​ໄດ້​ປຶກສາ​ຫາລື​ການຈັດຕັ້ງ​ຜັນ​ຂະຫຍາຍ ຜົນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 23 ແລະ ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ກ່ຽວຂ້ອງ ເຊິ່ງ​ໄດ້​ຈັດ​ຂຶ້ນ​ໃນ​ເດືອນ​ຕຸລາ 2013 ກໍ່​ຄື​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ໂດຍ​ຈະ​ເນັ້ນ​ໃສ່​ປຶກສາ​ຫາລື​ມາດ​ຕະການ ເພື່ອ​ເລັ່ງ​ລັດ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ໃຫ້​ສຳເລັດ​ໃນ​ປີ 2015 ທົບ​ທວນ​ການ​ພົວພັນ​ຮ່ວມ​ມື​ກັບ​ພາຍ​ນອກ​ຂອງ​ອາ​ຊຽນ ແລະ ການ​ກຳນົດ​ວິໄສ​ທັດ​ອາ​ຊຽນ​ຫຼັງ 2015 ສຳຄັນ ບັນດາ​ລັດຖະມົນຕີ​ການ​ຕ່າງປະເທດ​ອາ​ຊຽນ ຈະ​ໄດ້​ພ້ອມ​ກັນ​ກຳນົດ​ບຸລິມະສິດ​ຂອງ​ອາ​ຊຽນ ສຳລັບ​ປີ 2014 ພາຍ​ໃຕ້​ການ​ເປັນ​ປະທານ​ອາ​ຊຽນ​ຂອງ​ມຽນ​ມາ ນອກຈາກ​ນັ້ນ ກອງ​ປະຊຸມ​ຍັງ​ຈະ​ໄດ້​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ ກ່ຽວ​ກັບ​ບັນຫາ​ພາກ​ພື້ນ ແລະ ສາກົນ​ທີ່​ພົ້ນ​ເດັ່ນ ແລະ ມີ​ຄວາມ​ສົນໃຈ​ຮ່ວມ​ກັນ.

ທີ່ມາ http://www.vientianemai.net/teen/khao/1/10984

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...