spot_img
Homeຂ່າວການພັດທະນາສຳເລັດກອງປະຊຸມລັດຖະມົນຕີໄພພິບັດອາຊີ

ສຳເລັດກອງປະຊຸມລັດຖະມົນຕີໄພພິບັດອາຊີ

Published on

ກອງປະຊຸມລັດຖະມົນຕີຫຼຸດຜ່ອນຄວາມສ່ຽງໄພພິບັດອາຊີ ໄດ້ຈັດຂຶ້ນຢູ່ທີ່ເມືອງນີວເດລີ ປະເທດອິນເດຍ ແຕ່ວັນທີ 3-5 ພະຈິກ 2016 ຊຶ່ງເປັນກອງປະຊຸມເທື່ອທໍາອິດເພື່ອຈັດຕັ້ງຜັນຂະຫຍາຍຂອບແຜນງານເຊັນໄດວ່າດ້ວຍການຫຼຸດຜ່ອນຄວາມສ່ຽງໄພພິບັດ 2015-2030.

ກອງປະຊຸມລັດຖະມົນຕີຫຼຸດຜ່ອນຄວາມສ່ຽງໄພພິບັດອາຊີຄັ້ງນີ້ມີຈຸດປະສົງເພື່ອລາຍງານຄວາມຄືບໜ້າ ແລະ ວາງທິດທາງແຜນການຈັດຕັ້ງຜັນຂະຫຍາຍແຜນງານເຊັນໄດ  ເຂົ້າສູ່ແຜນງານແຫ່ງຊາດໂດຍການມີສ່ວນຮ່ວມຂອງທຸກພາກສ່ວນຂອງສັງຄົມກອງປະຊຸມໄດ້ຮັບກຽດກ່າວເປີດໂດຍ ທ່ານ ນາເລນ ດາໂມດີ (Narenda Modi) ນາຍົກລັດຖະມົນຕີແຫ່ງສາທາລະນະລັດອິນເດຍ ແລະ ເຂົ້າຮ່ວມຂອງບັນດາທ່ານລັດຖະມົນຕີ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ຂະແໜງການກ່ຽວຂ້ອງກັບ ວຽກງານການຫຼຸດຜ່ອນຄວາມສ່ຽງໄພພິບັດຈາກບັນດາປະເທດອາຊີ-ປາຊີຟິກ.

ກອງປະຊຸມໄດ້ດຳເນີນເປັນສອງຂັ້ນຄື: ກອງປະຊຸມຂັ້ນລັດຖະມົນຕີ ແລະ ກອງປະຊຸມຂັ້ນວິຊາການປິ່ນອ້ອມອື່ນໆທີ່ລົງເລິກ 6 ບັນຫາຄື:  1) ສ້າງຄວາມເຂົ້າໃຈຕໍ່ຄວາມສ່ຽງໄພພິບັດ, 2.)  ການບໍລິຫານລັດດ້ານການຄຸ້ມຄອງໄພພິບັດ, 3.) ເພີ່ມການລົງທຶນໃສ່ການຫຼຸດຜ່ອນຄວາມສ່ຽງໄພພິບັດ, 4.) ສ້າງຄວາມກຽມພ້ອມ, ການຕອບໂຕ້ ແລະການຟື້ນຟູ, 5.) ການທົບທວນ ແລະ ການຕິດຕາມປະເມີນຜົນ, 6.) ການສ້າງສິ່ງອຳນວຍໃນການບໍລິຫານລັດເພື່ອຄວາມກົມກຽວວຽກງານໄພພິບັດກັບເປົ້າໝາຍການພັດທະນາແບບຍືນຍົງ ແລະ ການປ່ຽນແປງດິນຟ້າອາກາດນອກຈາກນີ້ຍັງໄດ້ມີຈັດກິດຈະກໍາວັນຊຶນະມິໂລກເພື່ອເປັນການປູກຈິດສໍານຶກກ່ຽວກັບບັນຫາຜົນກະທົບ ແລະ ຄວາມສໍາຄັນໃນການກຽມຄວາມພ້ອມເພື່ອຫຼຸດຜ່ອນການສູນເສຍຈາກໄພພິບັດຊຶນະມິ.

ຄະນະຜູ້ແທນຂອງ ສປປ ລາວ ນຳໂດຍ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ຖືໂອກາດນີ້ປະກອບຄວາມເຫັນໃນກອງປະຊຸມ ໂດຍເນັ້ນໃສ່ການຈັດຕັ້ງປະຕິບັດແຜນລົບລ້າງຄວາມທຸກຍາກແຫ່ງຊາດ 2020, ແຜນພັດທະນາເສດຖະກິດສັງຄົມຄັ້ງທີ 8 ແລະແຜນພັດທະນາວຽກງານສະຫວັດດີການສັງຄົມພ້ອມນີ້, ກໍຍັງຍົກ​ໃຫ້ເຫັນເຖິງແຜນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດຢູ່ ສປປ ລາວໃນຕໍ່ໜ້າໂດຍສະເພາະແມ່ນການປັບປຸງຂອດປະສານງານ ແລະ ການສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງໄພພິບັດແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນຄຽງຄູ່ກັນນີ້, ກໍຈະໄດ້ຈັດຕັ້ງຜັນຂະຫຍາຍແຜນງານເຊັນໄດໂດຍເຊື່ອມສານເຂົ້າໃນແຜນການຂອງຂະແໜງການກ່ຽວຂ້ອງເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພພິບັດຢູ່ ສປປ ລາວ.

ຈາກໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...