spot_img
Homeຂ່າວທ້ອງຖິ່ນສາເຫດທີ່ຍັງສົ່ງຜົນໃຫ້ອັດຕາເງິນເຟີ້ເໜັງຕີງ

ສາເຫດທີ່ຍັງສົ່ງຜົນໃຫ້ອັດຕາເງິນເຟີ້ເໜັງຕີງ

Published on

ໜັງສືພິມເສດຖະກິດ-ການຄ້າ ລາຍງານໂດຍອ້າງອີງຈາກສູນສະຖິຕິແຫ່ງຊາດກະຊວງແຜນການ ແລະ ການລົງທຶນ ໄດ້ອອກບົດລາຍງານອັດຕາເງິນເຟີ້ປະຈຳເດືອນກໍລະກົດ 2020 ໂດຍລະບຸວ່າ: ສະພາບລວມຂອງອັດຕາເງິນເຟີ້ ປະຈໍາດືອນກໍລະກົດ 2020 ເພີ່ມຂຶ້ນຢູ່ໃນລະດັບ 5,12%, ເມື່ອທຽບກັບອັດຕາເງິນເຟີ້ຂອງເດືອນຜ່ານມາ ແມ່ນສືບ ຕໍ່ເໜັງຕີງຊ້າກວ່າເລັກໜ້ອຍ ( ເດືອນມິຖຸນາ 2020 ຢູ່ລະດັບ 5,28% ), ເນື່ອງມາຈາກໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເຊິ່ງເປັນໝວດຫຼັກເໜັງຕີງເພີ່ມຊ້າລົງກວ່າເດືອນຜ່ານມາ ຈາກ 9,59% ມາເປັນ 8,79%, ແຕ່ກໍ່ເຫັນວ່າຍັງເປັນອັດຕາເຟີ້ທີ່ສູງຢູ່ໃນໝວດສິນຄ້າດັ່ງກ່າວ. ພ້ອມດຽວກັນນີ້, ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ແມ່ນມີທ່າອ່ຽງເພີ່ມຂຶ້ນ 5,25%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 5,22%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 5,49%, ໝວດສິນຄ້າ ແລະ ບໍລິການອື່ນໆເພີ່ມຂຶ້ນ 10,23%.

ສາເຫດທີ່ຍັງສົ່ງຜົນໃຫ້ອັດຕາເງິນເຟີ້ເດືອນກໍລະກົດ 2020 ເໜັງຕີງຄືແນວນີ້ແມ່ນມາຈາກປັດໄຈພາຍໃນ ແລະ ພາຍນອກ ຄື:

– ການລະບາດຂອງພະຍາດໂຄວິດ – 19 ແມ່ນຍັງຄົງສືບຕໍ່ມາຮອດປັດຈຸບັນ ເຊິ່ງເປັນຜົນກະທົບຕໍ່ລະບົບເສດຖະກິດເປັນບໍລິເວນກວ້າງ. ໃນນັ້ນ, ແມ່ນປັດໄຈທາງດ້ານລາຄາສິນຄ້າ ແລະ ບໍລິການ ສົ່ງຜົນໃຫ້ລາຄາສິນຄ້າບາງປະເພດປັບຕົວສູງຂຶ້ນ ເປັນຕົ້ນແມ່ນລາຄາຄໍາໃນຕະຫຼາດໂລກ ແລະ ລາຄານໍ້າມັນເຊື້ອໄຟກໍປັບຕົວເພີ່ມຂຶ້ນ; ລາຄາສະບຽງອາຫານ, ການຮັກສາສຸຂະພາບ ແລະ ຢາທີ່ເພີ່ມຂຶ້ນພາຍໃນປະເທດເປັນຕົ້ນ.

– ສະພາບການຜະລິດສິນຄ້າພາຍໃນຍັງບໍ່ທັນເຂັ້ມແຂງ ສົ່ງຜົນໃຫ້ລາຄາປະເພດອາຫານມີລາຄາສູງ ແລະ ທ່າອ່ຽງເພີ່ມຂຶ້ນ ບວກກັບໃນໄລຍະນີ້ເປັນໄລຍະລະດູຝົນແມ່ນມີຜົນກະທົບຕໍ່ການຜະລິດ ໂດຍສະເພາະແມ່ນການຜະລິດພືດຜັກເພື່ອສະໜອງຕະຫຼາດ.

– ສະພາບອັດຕາແລກປ່ຽນຍັງເໜັງຕີງເພີ່ມຂຶ້ນ ເຊິ່ງເປັນອີກປັດໄຈໜຶ່ງທີ່ສົ່ງຜົນໃຫ້ລາຄາສິນຄ້າປັບຕົວສູງ, ເນື່ອງຈາກພາຍໃນປະເທດຍັງເພິ່ງພາການນໍາເຂົ້າສິນຄ້າອຸປະໂພກ – ບໍລິໂພກເປັນສ່ວນ ໃຫຍ່ລວມທັງສິນຄ້າວັດຖຸດິບ.

ຮຽບຮຽງຂ່າວ: ພຸດສະດີ


ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...