ສາວລາວຖືກລູກຫຼົງ ທີ່ປັດຕານີ

Muay1 Muay2

ວັນທີ 31 ຕຸລາ 2014 ມື້ວານນີ້ ໄດ້ເກີດເຫດລະເບີດຂຶ້ນ 4 ຄັ້ງ ທີ່ເມືອງປັດຕານີ ຈັງຫວັດປັດຕານີ (ພາກໃຕ້ຂອງປະເທດໄທ) ເຫດດັ່ງກ່າວເປັນເຫດໃຫ້ມີຜູ້ໂຊກຮ້າຍທັງບາດເຈັບແລະເສຍຊີວິດ ໜຶ່ງໃນນັ້ນຄືນາງ ໝວຍ ລິດທິໄຊ ອາຍຸ 17 ປີ ເຊິ່ງເປັນຄົນລາວທີ່ໄປເຮັດວຽກຢູ່ຄາຣາໂອເກະແຫ່ງໜຶ່ງ ຊື່ ສາຍຣຸ້ງ ໄດ້ຖືກສະເກັດລະເບີດ ເຮັດໃຫ້ເສຍຊີວິດ. ດັ່ງນັ້ນ, ຈຶ່ງແຈ້້ງມາຍັງເພື່ອນຜູ້ອ່ານ ຖ້າຮູ້ຈັກຍາດພີ່ນ້ອງຂອງນາງໝວຍ ບຸກຄົນໃນຂ່າວນີ້ ຈົ່ງຊ່ວຍບອກຂ່າວເຂົາເຈົ້າດ້ວຍ.

ເບີໂທຕິດຕໍ່ພາກສ່ວນທີ່ກ່ຽວຂ້ອງທີ່ເມືອງໄທຄື: +66 73349260