spot_img
Homeຂ່າວພາຍ​ໃນສາລະວັນ ໄດ້ຮັບທຶນກໍ່ສ້າງໂຮງໝໍນ້ອຍ ມູນຄ່າ 87.003 ໂດລາ

ສາລະວັນ ໄດ້ຮັບທຶນກໍ່ສ້າງໂຮງໝໍນ້ອຍ ມູນຄ່າ 87.003 ໂດລາ

Published on

ແຂວງສາລະວັນ ໄດ້ຮັບທຶນກໍ່ສ້າງໂຮງໝໍນ້ອຍ ຢູ່ບ້ານຄຳທອງ ເມືອງເລົ່າງາມ ແຂວງສາລະວັນ ໃນມູນຄ່າ 87 ພັນໂດລາສະຫະລັດ, ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານຢິ່ປຸ່ນ, ໃນໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດ ໃນຂັ້ນຮາກຖານປີ 2022, ໂຄງການກໍ່ສ້າງໂຮງໝໍນ້ອຍດັ່ງກ່າວ ເປັນອາຄານຊັ້ນດຽວ ຂະໜາດ: 11 X 17 ແມັດ, ລວມມີ 7 ຫ້ອງ, ໂຄງສ້າງເຮັດດ້ວຍເບຕົງເສີມເຫຼັກ, ເຊີ່ງຈະໄດ້ລົງມືຈັດຕັ້ງປະຕິບັດກໍ່ສ້າງໃນທ້າຍເດືອນ ມີນາ 2023 ແລະ ຈະໄດ້ສໍາເລັດໃນທ້າຍເດືອນ ກັນຍາ 2023.

อาจเป็นรูปภาพของ 3 คน, ผู้คนกำลังยืน และ ชุดสูท

ພິທີເຊັນສັນຍາມອບ-ຮັບ ທຶນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 9 ມີນາ 2023, ທີ່ຫ້ອງປະຊຸມສະຖານເອກອັກຄະລັດຖະທູດຢິ່ປຸ່ນ ປະຈຳ ສປປ ລາວ ເຊັນມອບໂດຍ: ທ່ານ ໂຄບະຢາຊິ ເຄັນອິຈິ ເອກອັດຄະລັດຖະທູດປະຈຳ ສປປ ລາວ (ຕາງໜ້າລັດຖະບານຢີ່ປຸ່ນ), ເຊັນຮັບໂດຍ: ທ່ານ ດຣ ອາຄົມ ລ່ຳວິຈິດ ຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ ຕາງໜ້າເຈົ້າຂອງໂຄງການ (ຝ່າຍ ສປປ ລາວ), ໂດຍຊ້ອງໜ້າ ທ່ານ ປອ ວົງດາວ ພອນແກ້ວ ເຈົ້າແຂວງສາລະວັນ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂິພິຍານ.

ແຫຼ່ງຂ່າວ ພະແນກສາທາແຂວງ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...