spot_img
Homeຂ່າວຕ່າງປະເທດສານສູງສຸດຂອງອາເມຣິກາຕັດສິນໃຫ້ພົນລະເມືອງອາເມຣິກາມີສິດທີ່ຈະພົກພາປືນໃນສະຖານທີ່ສາທາລະນະ

ສານສູງສຸດຂອງອາເມຣິກາຕັດສິນໃຫ້ພົນລະເມືອງອາເມຣິກາມີສິດທີ່ຈະພົກພາປືນໃນສະຖານທີ່ສາທາລະນະ

Published on

ຄຳຕັດສິນຂອງສຽງສ່ວນຫຼາຍໃນສານສູງສຸດຂອງສະຫະລັດອາເມຣິກາ ວ່າດ້ວຍພົນລະເມືອງອາເມຣິກາມີສິດທີ່ຈະພົກພາປືນໃນສະຖານທີ່ສາທາລະນະໄດ້ຕາມອິດສະຫຼະ.

ຈາກການລາຍງານຂອງ ເອເອັຟພີ ລາຍງານວ່າ: ໃນວັນທີ 23 ມິຖຸນາ ທີ່ຜ່ານມານີ້ ສານສູງສຸດຂອງສະຫະລັດອາເມຣິກາ ຕັດສິນດ້ວຍສຽງສ່ວນຫຼາຍ ຕັດສິນວ່າ: ຄົນອາເມຣິກາມີສິດພື້ນຖານໃນການພົກພາອາວຸດປືນໃນສາຖານທີ່ສະຖານທີ່ສາທາລະນະ, ເຊິ່ງມັນເປັນປະເດັນໃນການປ່ຽນແປງອັນສຳຄັນຕໍ່ຄົນອາເມຣິກາທຸກຄົນ ຫຼັງເກີດເຫດການກາດຍິງຫຼາຍຄັ້ງໃນອາເມຣິກາຕັ້ງແຕ່ຊ່ວງຕົ້ນປີ ໂດຍສະເພາະເຫດການກາດຍິງໃນໂຮງຮຽນປະຖົມໃນລັດເທັກຊັສ ຂອງເດືອນແລ້ວນີ້.

ຕຸລະການສານສູງສຸດມີມະຕິ 6 ຕໍ່ 3 ໃນຄຳຕັດສິນທີ່ວ່າ ຄົນອາເມຣິກາມີສິດພື້ນຖານໃນການພົກພາອາວຸດປືນໃນສາຖານທີ່ສະຖານທີ່ສາທາລະນະ, ເຊິ່ງຄຳຕັດສິນດັ່ງກ່າວເປັນຂໍ້ຂັດແຍ່ງກັບກົດໝາຍອາຍຸຮ້ອຍປີຂອງລັດນິວຢອກ ທີ່ກຳນົດໃຫ້ບຸກຄົນຕ້ອງຢັ້ງຢືນວ່າ ຕົນເອງນັ້ນມີຄວາມຈຳເປັນໃນການປ້ອງກັນຕົນເອງທີ່ຖືກກົດໝາຍ ຫຼື ມີເຫດການຈຳເປັນ ໃນການຮັບໃບອານຸຍາດຄອບຄອງອາວຸດປືນ.

ການຕັດສິນຂອງສານໃນເທື່ອນີ້ ອາດກະຕຸ້ນໃຫ້ເກີດເຫດການກາດຍິງຫຼາຍຂຶ້ນໃນອະນາຄົດ ຖ້າຫາກວ່າປະຊາຊົນສາມາດພົກພາອາວຸດປືນໄດ້ຢ່າງອິດສະຫຼະ.

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...