spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານປະຊາຊົນນະຄອນຫລວງວຽງຈັນ ຕັດສີນລົງໂທດມືກາວ ຈໍາຄຸກ 3 ປີ!

ສານປະຊາຊົນນະຄອນຫລວງວຽງຈັນ ຕັດສີນລົງໂທດມືກາວ ຈໍາຄຸກ 3 ປີ!

Published on

Jone

ທ້າວ ເປັງ ອາຍຸ 19 ປີ ຢູ່ບ້ານແທ່ນແຄນ, ເມືອງງອຍ ແລະ ທ້າວ ສັກ ອາຍຸ 18 ປີ ຢູ່ບ້ານນໍ້າຖ້ອມ ເມືອງນໍ້າບາກແຂວງຫລວງພະບາງ ຖືກສານປະຊາຊົນນະຄອນຫລວງວຽງຈັນຕັດສີນລົງໂທດຈໍາຄຸກຜູ້ລະ 3 ປີ, ພ້ອມປັບໃໝ 1 ລ້ານກີບ, ໃນຂໍ້ຫາລັກຊັບພົນລະເມືອງຄື: ໃນໄລຍະຕົ້ນປີ 2015 ນີ້, ທັງສອງໄດ້ຮ່ວມກັນລັກສາຍທອງແດງຂອງທໍ່ແອຢູ່ສູນຝຶກອົບຮົມບໍລິສັດໄຟຟ້າລາວທັງໝົດ 4 ຄັ້ງມີນໍ້າໜັກ 31 ກິໂລແລ້ວເອົາໄປຂາຍໃຫ້ຮ້ານເກັບຊື້ເຫລັກເສດ ແລະ ຕົກມາຮອດເດືອນພຶດສະພາ 2015 ໄດ້ພາກັນເຂົ້າມາລັກເອົາທໍ່ທອງແດງຢູ່ສູນດັ່ງກ່າວອີກ, ແຕ່ໂຊກບໍ່ດີຄືຫລາຍຄັ້ງຜ່ານມາ ,ຈຶ່ງຖືກເຈົ້າຂອງບໍລິສັດຈັບໄດ້ແລ້ວສົ່ງໃຫ້ເຈົ້າໜ້າທີ່ເອົາຕົວໄປດໍາເນີນຄະດີຕາມລະບຽບກົດໝາຍ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...