spot_img
Homeຂ່າວຕ່າງປະເທດສາທາລະນະສຸກໄທ ກວດເຂັ້ມຫ້າມຂາຍເຫຼົ້າໃນມື້ເຂົ້າພັນສາ!

ສາທາລະນະສຸກໄທ ກວດເຂັ້ມຫ້າມຂາຍເຫຼົ້າໃນມື້ເຂົ້າພັນສາ!

Published on

 

EyWwB5WU57MYnKOuFZjkH6hB15qAzsX0FDgc1cIl0HvXbEFAOhufqd
(ພາບປະກອບ)

 

ກະຊວງສາທາລະນະສຸກຂອງໄທ ປະສານງານຂະແໜງການຂອງຕົນໃນທົ່ວປະເທດ ຄຸມເຂັ້ມຫ້າມຂາຍ

ເຄື່ອງດື່ມແອລກໍຮໍທຸກຊະນິດ ໃນວັນອາສາຫະບູຊາ ແລະ ວັນເຂົ້າພັນສາ ໂດຍເລີ່ມຕັ້ງແຕ່ທ່ຽງຄືນຂອງ

ມື້ວານນີ້ (10 ກໍລະກົດ) ເຖິງທ່ຽງຄືນຂອງວັນທີ 12 ກໍລະກົດນີ້, ຫາກຝ່າຝືນຈະມີໂທດຈຳຄຸກບໍ່ເກີດ 6

ເດືອນ ປັບໄໝອີກບໍ່ເກີນ 10,000 ບາດ ຫຼື ທັງຈຳທັງປັບ.

 

ທ່ານ ໂສພົນ ເມກທົນ ຫົວໜ້າກົມຄວບຄຸມໂລກ ກ່າວວ່າ ໃນວັນທີ 11 ກໍລະກົດ ເປັນວັນອາສາຫະບູ

ຊາ ແລະ ວັນທີ 12 ກໍລະກົດ ເປັນວັນເຂົ້າພັນສາ ຈະມີການປະກອບພິທີກຳທາງສາສະໜາ ທັງການຮັກ

ສາສິນ, ການທຳບຸນຕັກບາດ, ການຟັງທຳມະເທສະໜາ, ການວຽນທຽນ ເພື່ອເປັນສິລິມຸງຄຸນໃນການ

ດຳເນີນຊີວິດ ໂດຍສະເພາະການຮັກສາສິນຂໍ້ທີ 5 ວ່າດ້ວຍການງົດດື່ມສຸລາ ແລະ ຂອງມຶນເມົາທຸກຊະ

ນິດນັ້ນ ຖືໄດ້ວ່າເປັນການປະຕິບັດບູຊາທີ່ສຳຄັນຢ່າງຍິ່ງ ໂດຍວັນອາສາຫະບູຊາ ແລະ ວັນເຂົ້າພັນສາ

ຈັດເປັນ 2 ໃນ 4 ວັນຂອງວັນສິນໃຫຍ່ ຫ້າມຂາຍເຄື່ອງດື່ມແອລກໍຮໍທຸກຊະນິດ ຕາມກົດໝາຍຄວບ

ຄຸມເຄື່ອງດື່ມແອລກໍຮໍ ພສ 2551 ເຊິ່ງປະກອບດ້ວຍ ວັນມາຄະບູຊາ, ວັນວິສາຂະບູຊາ, ອັນອາສາຫະ

ບູຊາ ແລະ ວັນເຂົ້າພັນສາ ໂດຍມີຜົນບັງຄັບໃຊ້ຕັ້ງແຕ່ປີ 2009 ເປັນຕົ້ນມາ ໃນຂະນະທີ່ຜ່ານມານັ້ນ

ຍັງພົບວ່າໃນເທດສະການສຳຄັນ ກໍຍັງມີການຂາຍ ແລະ ການດື່ມແອລກໍຮໍຢູ່.

 

ສະເພາະໃນປີນີ້ ກະຊວງສາທາລະນະສຸກຂອງໄທ ໄດ້ເຮັດໜັງສືເຖິງຜູ້ວ່າລາຊະການຈັງຫວັດໃນທົ່ວ

ປະເທດ ໃນຖານະປະທານຄະນະກຳມະການຄວບຄຸມເຄື່ອງດື່ມແອລກໍຮໍ ໃນລະດັບຈັງຫວັດ ເພື່ອຂໍ

ໃຫ້ມີການເຂັ້ມງວດດຳເນີນການ ໃຫ້ປະຕິບັດຕາມກົດໝາຍດັ່ງກ່າວ ຍົກເວັ້ນແຕ່ການຊື້ – ຂາຍ

ຂອງຜູ້ປະກອບການຮ້ານຄ້າສຸລາ ພ້ອມທັງຂໍຄວາມຮ່ວມມືເຈົ້າໜ້າທີ່ຕຳຫຼວດທົ່ວປະເທດ ຊ່ວຍ

ສອດສ່ອງແຕ່ລະພື້ນທີ່ ເພື່ອບໍ່ໃຫ້ມີການຝ່າຝືນ, ນອກນັ້ນ ຍັງໄດ້ຈັດທີມງານສະເພາະກິດຂຶ້ນ

ເພື່ອອກກວດກາເຂັ້ມງວດ ຫາກພົບມີການຝ່າຝືນກົດໝາຍ ຈະດຳເນີນຄະດີຢ່າງບໍ່ລະເວັ້ນ.

 

ສະເພາະໃນເທດສະການວັນວິສາຂະບູຊາ ເມື່ອວັນທີ 13 ພຶດສະພາ 2014 ທີ່ຜ່ານມາ ກົມຄວບຄຸມ

ໂລກຂອງໄທກໍໄດ້ລາຍງານວ່າ ທາງກົມໄດ້ຈັດທີມເຈົ້າໜ້າທີ່ ຮ່ວມກັບຕຳຫຼວດອອກກວດກາທັງ

ໝົດ 114 ຮ້ານ ໂດຍເຝົ້າລະວັງ ແລະ ປະຊາຊຳພັນກົດໝາຍ ເຊິ່ງພົບເຫັນການກະທຳຜິດຂາຍ

ເຫຼົ້າໃນວັນດັ່ງກ່າວ ພ້ອມດຳເນີນຄະດີຕາມກົດໝາຍທັງໝົດ 8 ລາຍ.

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...