ສັນຕິພາບສັ່ນຄອນ! ກຸ່ມກະບົດຢູ່ຊີຣີ ປະກາດກຽມເປີດເສິກ ກັບລັດຖະບານຊີຣີຄືນໃໝ່!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ເມສານີ້ວ່າ ກຸ່ມນັກຮົບຕໍ່ຕ້ານລັດຖະບານຊີຣີ ໄດ້ປະກາດກຽມພ້ອມ ຈະທຳການສູ້ຮົບ ກັບກອງທັບລັດຖະບານຊີຣີອີກເທື່ອໃໝ່ ໃນວັນທີ 18 ເມສາ 2016 ນີ້ ຊຶ່ງເປັນສັນຍານທີ່ໜ້າເປັນຫ່ວງ ອາດເຮັດໃຫ້ຂໍ້ຕົກລົງຢຸດຍິງ ທີ່ມີສະຫະລັດອາເມຣິກາ ແລະ ຣັດເຊຍ ເປັນຄົນກາງ ມີຜົນບັງຄັບໃຊ້ ແຕ່ວັນທີ 27 ກຸມພາ 2016 ເປັນຕົ້ນມາ ກາຍເປັນໂມຄະ.

ເຈົ້າໜ້າທີ່ອາວຸໂສຂອງຝ່າຍຕໍ່ຕ້ານລັດຖະບານ ຊຶ່ງບໍ່ປະສົງອອກນາມ ໄດ້ອອກມາກ່າວວ່າ ພວກເຂົາກຳລັງຖືກກົດດັນ ແລະ ອາດມີການຕັດສິນໃຈ ຖອນໂຕອອກຈາກການເຈລະຈາສັນຕິພາບ ທີ່ຈະຈັດຂຶ້ນຢູ່ນະຄອນເຊີແນວ ໂດຍມີອົງການສະຫະປະຊາຊາດເປັນຜູ້ຈັດຂຶ້ນ ເຮັດໃຫ້ຄວາມຫວັງກ່ຽວກັບສັນຕິພາບຢູ່ຊີຣີ ນັບມື້ນັບຖືກສັ່ນຄອນ.