spot_img
Homeຂ່າວຕ່າງປະເທດຜູ້ນຳຝຣັ່ງ ປະກາດຊ່ວຍລີບັງ 100 ລ້ານເອີໂຣ ຮັບພາລະເບິ່ງແຍງ ຜູ້ອົບພະຍົບຊາວຊີຣີ!

ຜູ້ນຳຝຣັ່ງ ປະກາດຊ່ວຍລີບັງ 100 ລ້ານເອີໂຣ ຮັບພາລະເບິ່ງແຍງ ຜູ້ອົບພະຍົບຊາວຊີຣີ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ເມສາຜ່ານມານີ້ວ່າ ທ່ານ ຟຣອງຊົວ ອອນລອງ ປະທານາທິບໍດີຝຣັ່ງ ໄດ້ປະກາດຈະມອບເງິນຊ່ວຍເຫລືອ ຈຳນວນ 100 ລ້ານເອີໂຣ ພາຍໃນໄລຍະ 3 ປີຕໍ່ຈາກນີ້ ໃຫ້ແກ່ລັດຖະບານລີບັງ ເພື່ອຮັບມືກັບພາລະຄ່າໃຊ້ຈ່າຍ ໃນການເບິ່ງແຍງລ້ຽງດູຜູ້ອົບພະຍົບຊາວຊີຣີ ຈຳນວນກວ່າ 1 ລ້ານຄົນ ທີ່ພາກັນຂ້າມຊາຍແດນ ໜີສົງຄາມຄວາມວຸ້ນວາຍພາຍໃນປະເທດ ເຂົ້າມາລີ້ໄພຢູ່ລີບັງ ໂດຍການປະກາດດັ່ງກ່າວນີ້ ມີຂຶ້ນໃນລະຫວ່າງທີ່ປະທານາທືບໍດີຝຣັ່ງ ເດີນທາງໄປຢ້ຽມຢາມປະເທດລີບັງ ຢ່າງເປັນທາງການ.

ທັງນີ້ ນັບຕັ້ງແຕ່ເກີດສົງຄາມກາງເມືອງຢູ່ຊີຣີ ແຕ່ເດືອນມີນາປີ 2011 ເປັນຕົ້ນມາ ປະເທດລີບັງ ໄດ້ແບກຮັບພາລະການເບິ່ງແຍງ ຮັບເອົາຜູ້ອົບພະຍົບຊາວຊີຣີ ທີ່ໄຫລບ່າເຂົ້າມາຈຳນວນມະຫາສານ ຊຶ່ງລັດຖະບານລີບັງເອງ ກໍໄດ້ຮຽກຮ້ອງໃຫ້ສາກົນ ເຂົ້າມາມີບົດບາດຊ່ວຍເຫລືອ ໃນການເບິ່ງແຍງຜູ້ອົບພະຍົບ ຢູ່ພາຍໃນປະເທດຕົນ ໃນໄລຍະຜ່ານມາ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...